logo

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ກອບ​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເໜີ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ XIV ຂອງ​ພັກ

2025/11/14 | 10:40:56
(VOVWORLD) - 

  ຕອນເຊົ້າວັນທີ 14 ພະຈິກ, ຢູ່ ຮ່າໂນ້ຍ, ອົງຄະນະພັກວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນປະກອບ ເຂົ້າໃນຮ່າງເອກະສານຍື່ນສະເໜີກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຈີ ຮອງເລຂາສະເພາະກິດ ອົງຄະນະພັກວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ ເລື່ອງອົງຄະນະພັກວິທະຍຸກະຈາຍສຽງ ຫວຽດນາມ ຈັດກອງປະຊຸມຮັບເອົາຄຳເຫັນປະກອບຂອງພະນັກງານ, ສະມາຊິກພັກ, ຜູ້ອອກແຮງງານ, ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມຂຶ້ນກັບວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດາຜູ້ຊ່ຽວຊານ ເຂົ້າໃນຮ່າງເອກະສານຍື່ນສະເໜີກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ ແມ່ນການເຄື່ອນໄຫວສະແດງຈິດໃຈປະຊາທິປະໄຕ, ຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປຊຊ ທີ່ມີຕໍ່ພັກ. ພ້ອມກັນນັ້ນ ນີ້ກໍ່ແມ່ນໂອກາດເພື່ອເສີມຂະຫຍາຍພູມປັນຍາ, ຄວາມສຸດຈິດສຸດໃຈ, ປະກອບບັນດາຄຳເຫັນຖືກຕ້ອງ, ປະກອບສ່ວນສ້າງເອກະສານຕ່າງໆໃຫ້ສົມບູນແບບ ຍື່ນສະເໜີກອງປະຊຸມໃຫ່ຍທົ່ວປະເທດຂອງພັກຄັ້ງຈະມາເຖິງ.

  ນະທີ່ນີ້, ທ່ານ ຟ້າມກວາງວິງ ອະດີດຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ:

     ຄຳສັບ “ນຳໜ້າ” ແມ່ນມີ 3 ຂົງເຂດ. ທີໜຶ່ງແມ່ນປົກປັກຮັກສາປະເທດຊາດໂດຍໄວນັບແຕ່ໄກ, ຕ້ອງກຳນົດແຈ້ງບັນດາໄພອັນຕະລາຍໄດ້. ທີສອງແມ່ນຄາດຄະເນໄດ້ຄວາມສ່ຽງ ແລະ ໂອກາດ, ຕ້ອງຄວບຄຸມຄວາມສ່ຽງໄດ້. ທີສາມແມ່ນວິໄສທັດຂອງປະເທດຊາດໃຫ້ພັດທະນາຢ່າງໝັ້ນຄົງກ່ວາ ມີຄຸນນະພາບສູງກ່ວາ, ຍືນຍົງກ່ວາ, ການພົວພັນກັບບັນດາຄູ່ຮ່ວມມືຕ້ອງແໜ້ນແຟ້ນກ່ວາ ບົນພື້ນຖານຜົນປະໂຫຍດການພົວພັນຕ່າງປະເທດສະຫຼັບກັນ, ຄົ້ນພົບບັນດາທ່າໄດ້ປ່ຽນ ແລະ ໂອກາດພັດທະນາເສດຖະກິດ.

TAG
VOV/VOVworld/ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ/ປະ​ກອບ​ຄຳ​ເຫັນ/​ຮ່າງ​ເອ​ກະ​ສານ​ຍື່ນ​ສະ​ເໜີ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ XIV ຂອງ​ພັກ/ທ່ານ ຫງວຽນວັນຈີ/ທ່ານ ຟ້າມກວາງວິງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ