logo

ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່

2026/1/21 | 07:51:12
(VOVWORLD) -  ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສືບຕໍ່ດຳເນີນຢູ່ຫໍປະຊຸມແຫ່ງຊາດ, ທີ່ຢູ່ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ສະຫງວນເວລາໝົດມື້ເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່.
(ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາເອກະສານກອງປະຊຸມ)

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 20 ມັງກອນ ໄດ້ຈັດພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຂຶ້ນຢ່າງສົມກຽດ,ດ້ວຍການເຂົ້າຮ່ວມຂອງສະມາຊິກພັກ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 5,6 ລ້ານສະຫາຍ.

        ຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືຢູ່ຄະນະ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາໃຫຍ່ທີ່ໄດ້ວາງອອກ ສຳລັບການພັດທະນາປະເທດຊາດໃນໄລຍະໃໝ່. ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ສະເໜີການຊຸກຍູ້ການພັດທະນາອຸດສາຫະກຳພື້ນຖານ, ອຸດສາຫະກຳສະໜັບສະໜູນ.

        “ເພື່ອພັດທະນາອຸດສາຫະກຳພື້ນຖານ ແລະ ອຸດສາຫະກຳສະໜັບສະໜູນ ຕ້ອງມີການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງບັນດາຂະແໜງ, ພິເສດແມ່ນຂະແໜງຊັບພະຍາກອນສິ່ງແວດລ້ອມ ຄຸ້ມຄອງແຮ່ທາດຍຸດທະສາດ ແລະ ຂະແໜງອຸດສາຫະກຳ, ການຄ້າ. ໝວດບັນຫາທີ 2 ແມ່ນໃນໄລຍະ 2026 2030, ຕ້ອງສຸມໃສ່ສ້າງລະບອບລະບຽບການ, ລະບົບກົດໝາຍ ຊຸກຍູ້ການພັດທະນາອຸດສາຫະກຳພື້ນຖານ, ອຸດສາຫະກຳເຕັກໂນໂລຊີແກ່ນສານ ເພື່ອຫຼຸດຜ່ອນການອີງໃສ່ວັດສະດຸການຜະລິດ”.

TAG
VOV/VOVworld/ຂະ​ແໜງ​/ອຸດ​ສາ​ຫະ​ກຳ/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ