logo

ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ

2022/9/22 | 11:10:34
(VOVWORLD) -ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຢູ່ ແຂວງ ດ້ຽນບຽນ, ປີ 2022 ດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບອັນອົບອຸ່ນ - ມຸ່ງໄປເຖິງອະນາຄົດ” ຈະດຳເນີນແຕ່ວັນທີ 1 – 3 ຕຸລາ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ.

 ລາຍການດັ່ງກ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ເປັນເຈົ້າພາບ, ສົມທົບກັບບັນດາແຂວງຊາຍແດນ ຫວຽດນາມ - ລາວ ຈັດຕັ້ງ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວ ເຊິ່ງດຳເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ. ຕາມຄະນະຈັດຕັ້ງແລ້ວ, ວັນບຸນດັ່ງກ່າວ ມີການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 10 ແຂວງ ຂອງ ຫວຽດນາມ ແລະ 10 ກອງສະແດງສິລະປະມະຫາຊົນຂອງ ລາວ.  

ການຖະແຫຼງຂ່າວ ດຳເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ (ພາບ: TTXVN)
 ໃນວັນບຸນນີ້ ລວມມີກິດຈະກຳແນະນຳກ່ຽວກັບງານບຸນ, ວັດທະນະທຳ; ການປະກວດຊຸດອາພອນປະຈຳເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ງານມະໂຫລານສິລະປະວັນນະຄະດີມະຫາຊົນ; ງານວາງສະແດງ “ວັດທະນະທຳທີ່ເປັນເອກະລັກສະເພາະຢູ່ເຂດຊາຍແດນ ແລະ ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ”. ກອງປະຊຸມສິລະປະມະຫາຊົນຂອງສອງປະເທດຈະພົບປະແລກປ່ຽນ ແລະ ສະແດງຮັບໃຊ້ປະຊາຊົນ, ພະນັກງານ, ກຳລັງປະກອບອາວຸດໃນບໍລິເວນແຂວງ ດ້ຽນບຽນ.
TAG
VOV/VOVworld/ວັດທະນະທຳ/ຫວຽດ​ນາມ/ລາວ/ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ