logo

ວັນ​ບຸນ ວັດ​ທະ​ນະ​ທຳຊົນ​ເຜົ່າ​ຈຳ ຄັ້ງ​ທີ VI ປີ 2025 ຈະ​ດຳ​ເນີນ​ຢູ່​ແຂວງ ແຄ້ງ​ຮ​ວ່າ​ແຕ່​ວັນ​ທີ 17 – 19 ຕຸ​ລາ

2025/9/12 | 08:50:49
(VOVWORLD) - ໃນຂອບເຂດ ວັນບຸນ ຈະດຳເນີນຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຄື: ລາຍການສະແດງສິລະປະມວນຊົນ, ລາຍການສະແດງບັນດາທຳນອງພື້ນເມືອງ, ການຟ້ອນ, ດົນຕີ, ເສບເຄື່ອງດົນຕີພື້ນເມືອງເຜົ່າຈຳ ຂອງທ້ອງຖິ່ນ, ລາຍການສະແດງຊຸດອາພອນເຜົ່າຈຳ…
ການຟ້ອນວີຂອງຊົນເຜົ່າຈຳ (ພາບ: VOV5)

ວັນບຸນວັດທະນະທຳ ຊົນເຜົ່າຈຳຄັ້ງທີ VI ປີ 2025 ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຈຳ ໃນສັງກາດໃໝ່” ຈະດຳເນີນຢູ່ແຄ້ງຮ່ວາ ແຕ່ວັນທີ 17 – 19 ຕຸລາ. ວັນບຸນມີການເຂົ້າຮ່ວມຂອງ 6 ແຂວງ, ນະຄອນລວມມີ: ແຄ້ງຮ່ວາ, ຢາລາຍ, ດັກລັກ, ເລິມດົ່ງ, ອານຢາງ ແລະ ນະຄອນ ໂຮ່ຈີມິນ.

ໃນຂອບເຂດ ວັນບຸນ ຈະດຳເນີນຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຄື: ລາຍການສະແດງສິລະປະມວນຊົນ, ລາຍການສະແດງບັນດາທຳນອງພື້ນເມືອງ, ການຟ້ອນ, ດົນຕີ, ເສບເຄື່ອງດົນຕີພື້ນເມືອງເຜົ່າຈຳ ຂອງທ້ອງຖິ່ນ, ລາຍການສະແດງຊຸດອາພອນເຜົ່າຈຳ…ເນື່ອງໃນໂອກາດນີ້, ແຄ້ງຮ່ວາກໍ່ຈັດຕັ້ງຫຼາຍການເຄື່ອນໄຫວຄື, ກອງປະຊຸມສຳມະນາເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຊົນເຜົ່າຈຳໃນການພັດທະນາການທ່ອງທ່ຽວ, ການແຂ່ງຂັນສະແດງທັກສະການທ່ອງທ່ຽວປະຊາຄົມ, ບັນດາການເຄື່ອນໄຫວກິລາ ແລະ ການລະຫຼິ້ນພື້ນເມືອງຂອງຊົນເຜົ່າຈຳ…

ວັນບຸນແມ່ນເພື່ອແນໃສ່ເພີ່ມທະວີການໂຄສະນາພາບພົດປະເທດ ຫວຽດນາມທີ່ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳ, ມີຄວາມເປັນເອກະພາບ ແລະ ຄວາມກົມກຽວລະຫວ່າງບັນດາເຜົ່າ, ສະແດງໃຫ້ເຫັນຄວາມເອົາໃຈຂອງພັກ, ລັດ ທີ່ມີຕໍ່ວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າຈຳ, ພ້ອມທັງຍົກສູງຄວາມຮັບຮູ້, ສະຕິຄວາມຮັບຜິດຊອບໃນວຽກງານກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງຂອງປະເທດຊາດ.

TAG
VOV/VOVworld/ຊົນ​ເຜົ່າ​ຈຳ/ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ