logo

ວັນບຸນໄຫວ້ພະຈັນທີ່ອົບອຸ່ນ, ມີຄວາມໝາຍໃຫ້ສຳລັບເດັກນ້ອຍທົ່ວທຸກແຖບຖິ່ນໃນທົ່ວປະເທດ

2025/10/5 | 10:50:28
(VOVWORLD) - ວັນບຸນໄດ້ຈັດຂຶ້ນຢ່າງຟົດຟື້ນ ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພ້ອມກັນການເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ…
ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ມອບຂອງຂວັນໃຫ້ເດັກ
(ພາບ: daibieunhandan.vn)

ໃນຊຸມມື້ນີ້, ເດັກນ້ອຍຢູ່ບັນແຂວງ, ນະຄອນໃນທົ່ວປະເທດ ພວມໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ 2025.

ຕອນຄ່ຳວັນທີ 04 ຕຸລາ, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມລາຍການບຸນໄຫວ້ພະຈັນໃຫ້ສຳລັບນ້ອງ ຄ່ຳຄືນວັນບຸນໄຫ້ວພະຈັນ “ໂຄມໄຟໄຕ້ແສງສະຫວ່າງຄວາມໄຝ່ຝັນ” ປີ 2025 ພ້ອມກັບເຍົາວະຊົນ, ອະນຸຊົນ ແລະ ປະຊາຊົນແຂວງ ທ້າຍງວຽນ. ລາຍການໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ ລາວກາຍ, ລ້າງເຊີນ, ດ້ຽນບຽນ, ຮ່າຕິ້ງ, ດ່ານັ້ງ, ຢາລາຍ, ໄຕນິງ, ອາຢາງ, ດົ່ງນາຍ, ເກິນເທີ, ກ່າເມົາ… ຢູ່ສະຖານທີ່ຫຼັກການເຊື່ອມຕໍ່ທາງໄກ ທາຍງວຽນ, ວັນບຸນໄດ້ຈັດຂຶ້ນຢ່າງຟົດຟື້ນ ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພ້ອມກັນການເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ… ພິເສດ, ຄະນະຈັດວັນບຸນໄດ້ມອບຂອງຂວັນນັບຮ້ອຍພູດໃຫ້ເດັກຜູ້ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ພວກນ້ອງ.

(ວັນບຸນໄຫວ້ພະຈັນຢູ່ເກາະ ເຈື່ອງຊາ)

ໃນບັນຍາກາດວັນບຸນໄຫວ້ພະຈັນທີ່ຟົດຟື້ນ, ຕອນຄ່ຳວັນທີ 04 ຕຸລາ, ຢູ່ບັນດາເກາະ ເຈື່ອງຊາ, ເກາະ ຊອງຕືໄຕ, ເກາະ ຊິງໂຕ່ນ ແລະ ເກາະ ດາໄຕ (ຂຶ້ນກັບເຂດພິເສດ ເຈື່ອງຊາ, ແຂວງ ແຄງຮ່ວາ), ພະນັກງານ, ທະຫານນັກຮົບກອງພົນນ້ອຍ 146, ທະຫານເຮືອເຂດ 4 ພ້ອມກັບອຳນາດການປົກຄອງເຂດພິເສດ ເຈືື່ອງຊາ ກໍ່ໄດ້ຈັດ “ຄ່ຳຄືນໄຫວ້ພະຈັນ” ໃຫ້ບັນດາເດັກນ້ອຍຢູ່ເຂດເກາະທີ່ຫ່າງໄກ.

TAG
VOV/VOVworld/ລ້າງເຊີນ/ດ້ຽນບຽນ/ຮ່າຕິ້ງ/ດ່ານັ້ງ/ຢາລາຍ/ໄຕນິງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ