logo

“ວັນວັດທະນະທຳສິລະປະສາກົນຢູ່ ຮ່າໂນ້ຍ” ຈະຈັດຂຶ້ນ 2 ປີເທື່ອໜຶ່ງໃນເດືອນ ຕຸລາ

2025/9/14 | 07:24:15
(VOVWORLD) - “ວັນວັດທະນະທຳສິລະປະສາກົນຢູ່ ຮ່າໂນ້ຍ” ຈະໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ ໃນມື້ທ້າຍອາທິດທີ່ໃກ້ກັບວັນທີ 10 ຕຸລາ - ວັນສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954).
 

ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ເຫດການໄດ້ຈັດຂຶ້ນເພື່ອສ້າງເຫດການທາງການທູດທີ່ມີຂອບຂະໜາດສາກົນ ເຊື່ອມຕໍ່ບັນດາປະເທດ; ຜ່ານນັ້ນ, ກໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ປະຊາຄົມສາກົນ. ບັນດາການເຄື່ອນໄຫວ, ງານວາງສະແດງ, ກອງປະຊຸມສຳມະນາ, ງານຕະຫຼາດນັດ, ວັດທະນະທຳ - ທ່ອງທ່ຽວ, ເຕັກໂນໂລຊີ ບໍ່ພຽງແຕ່ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຮ່າໂນ້ຍ ແຫ່ງອະລິຍາທຳນັບພັນປີ; ພາບພົດ ຫວຽດນາມ ເປີດອົກເປີດໃຈ, ເປັນມິດ, ມີວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ ແລະ ເຄົາລົບຄວາມແຕກຕ່າງກັນເທົ່ານັ້ນ, ຫາກຍັງໂຄສະນາວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດໃນໂລກໄປເຖິງປະຊາຊົນນະຄອນຫຼວງ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ ອີກດ້ວຍ.

ເຫດການກໍ່ຈະມີຮູບແບບສະແດງອອກທີ່ເປັນຫຼາຍຮູບຫຼາຍແບບ, ເປັນເອກະລັກສະເພາະ, ມຸ່ງໄປເຖິງຜູ້ຊົມ ຄື: ລາຍການສະແດງສິລະປະ; ສະແດງແຟຊັນ; ຮ້ານວາງສະແດງ, ການລົງຈິງດ້ານວັດທະນະທຳ; ແນະນຳອາຫານການກິນຂອງ ຫວຽດນາມ ແລະ ສາກົນ…

TAG
VOV/VOVworld/ສຳ​ມະ​ນາ/ງານ​ຕະ​ຫຼາດ​ນັດ/ວັດ​ທະ​ນະ​ທຳ/ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ