logo

ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຈີນ

2025/12/22 | 09:27:13
(VOVWORLD) - ເຫດການໄດ້ສິ້ນສຸດບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະ ປະສົບຜົນສຳເລັດໃນຂອບເຂດສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ - ຈີນ ຄົບຮອບ 75ປີ ແລະ ປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ 2025.
ວັນວັດທະນະທຳ ຫວຽດນາມ ຢູ່ຈີນ (ພາບ: VOV)

ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ປັກກິ່ງ, ໂຄງການ “ວັນວັດທະນະທຳຫວຽດນາມ ຢູ່ ຈີນ” ໄດ້ຈັດຂຶ້ນຢູ່ໂຮງລະຄອນສູນກາງຈີນ. ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ປະສານສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ,  ເພື່ອແນໃສ່ໂຄສະນາບັນດາຈຸດຄວາມງາມທາງດ້ານວັດທະນະທຳອັນພົ້ນເດັ່ນຂອງປະເທດຊາດ ແລະ ຊາວຫວຽດນາມໄປຍັງເພື່ອນມິດຈີນ ແລະ ສາກົນ. ເຫດການໄດ້ສິ້ນສຸດບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະ ປະສົບຜົນສຳເລັດໃນຂອບເຂດສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ - ຈີນ ຄົບຮອບ 75ປີ ແລະ ປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ 2025. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມແທັງບິ່ງ ໃຫ້ຮູ້ວ່າ: ເຫດການແມ່ນໂອກາດເພື່ອໃຫ້ຫວຽດນາມແນະນຳຄວາມງາມດ້ານວັດທະນະທຳກັບບັນດາຄຸນຄ່າຫຼັກກ່ຽວກັບນ້ຳໃຈຮັກຊາດ, ຄວາມເມດຕາປານີ, ຄວາມຮັກແພງ, ຊື່ຕົງບໍລິສຸດ, ສາມັກຄີ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ພ້ອມທັງສະແດງໃຫ້ເຫັນການປະສານສົມທົບ, ເຊື່ອມຕໍ່ລະຫວ່າງສອງພື້ນຖານວັດທະນະທຳທີ່ຍາວນານລະຫວ່າງ ຫວຽດນາມ ແລະ ຈີນ.

TAG
VOV/VOVworld/ຫວຽດ​ນາມ/ຈີນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ