logo

“ວັນ ຫວຽດນາມ” ເປີດໜ້າໃໝ່ກ່ຽວກັບການຮ່ວມມືລະຫວ່າງທ້ອງຖິ່ນຂອງ ຫວຽດນາມ ແລະ ສ.ເກົາຫຼີ

2025/10/30 | 10:58:00
(VOVWORLD) - “ວັນ ຫວຽດນາມ” ໂດຍແຂວງ Gyeongsangbuk, ກອງທຶນຊົນນະບົດໃໝ່ຂອງ ສ.ເກົາຫຼີ ແລະ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ສົມທົບກັນຈັດຂຶ້ນ.
(ທ່ານປະທານປະເທດ ພ້ອມກັບການນຳແຂວງ Gyeongsangbuk, ກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີກົດປຸ່ມເລີ່ມເຄື່ອນໄຫວສັນຍາລັກການຮ່ວມມືມິດຕະພາບມຸ່ງໄປເຖິງອະນາຄົດ)

        ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025, ຢູ່ນະຄອນ Gyeongju ສ.ເກົາຫຼີ, ຕອນບ່າຍວັນທີ 30 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມ “ວັນ ຫວຽດນາມ” ໂດຍແຂວງ Gyeongsangbuk, ກອງທຶນຊົນນະບົດໃໝ່ຂອງ ສ.ເກົາຫຼີ ແລະ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ສົມທົບກັນຈັດຂຶ້ນ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ເຫດການ “ວັນ ຫວຽດນາມ” ບໍ່ພຽງແຕ່ແມ່ນໂອກາດໂຄສະນາປະເທດຊາດ, ຜູ້ຄົນ, ປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ ໄປເຖິງເພື່ອນມິດ ສ.ເກົາຫຼີ ເທົ່ານັ້ນ, ຫາກຍັງຢືນຢັນນ້ຳໃຈຄວາມສະໜິດຕິດພັນ, ຄວາມເຂົ້າໃຈເຊິ່ງກັນແລະກັນ - ເຊິ່ງເປັນພື້ນຖານເພື່ອຊຸກຍູ້ການຮ່ວມມືແບບຍືນຍົງລະຫວ່າງ 2 ປະເທດອີກດ້ວຍ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ພ້ອມກັບການນຳແຂວງ Gyeongsangbuk, ກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີກົດປຸ່ມເລີ່ມເຄື່ອນໄຫວສັນຍາລັກການຮ່ວມມືມິດຕະພາບມຸ່ງໄປເຖິງອະນາຄົດ.

TAG
VOV/VOVworld/​ຜູ້​ຄົນ/ປະ​ຫວັດ​ສາດ/ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ