logo

ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ເພື່ອ​ໄປ​ສູ່​ສັນ​ຕິ​ພາບ​ລະ​ຫວ່າງ​ ລັດ​ເຊຍ ແລະ ຢູ​ແກຼນ ຕ້ອງ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ລະ​ມັດ​ລະ​ວັງ

2025/11/28 | 08:56:52
(VOVWORLD) - ກະຊວງການຕ່າງປະເທດ ລັດເຊຍ ພ້ອມດ້ວຍທ່ານ Vladimir Medinsky ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ຈະຮັບຜິດຊອບບັນດາການເຈລະຈາທີ່ກ່ຽວຂ້ອງເຖິງວິວັດທະນາການແກ້ໄຂບັນດາ ຢູແກຼນ.

ວັນທີ 27 ພະຈິກ, ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ  ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ລັດເຊຍ ພ້ອມດ້ວຍທ່ານ Vladimir Medinsky ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ຈະຮັບຜິດຊອບບັນດາການເຈລະຈາທີ່ກ່ຽວຂ້ອງເຖິງວິວັດທະນາການແກ້ໄຂບັນດາ ຢູແກຼນ.

        ຕາມທ່ານ  Vladimir Putin ແລ້ວ, ວິວັດທະນາການເຈລະຈາຕ້ອງໄດ້ຮັບການຜັນຂະຫຍາຍຢ່າງລະມັດລະວັງ, ມີການກະກຽມຢ່າງລອບຮອບທຖີ່ຖ້ວນ, ເພື່ອແນໃສ່ເປັນເອກະພາບເຮັດແຈ້ງທຸກເນື້ອໃນ ແລະ ຮັບປະກັນໃຫ້ເອກະສານໄດ້ຮັບການຮຽບຮຽງ ຢ່າງເຂັ້ມງວດ. ທ່ານເນັ້ນໜັກວ່າ ນີ້ແມ່ນຄຳຮຽກຮ້ອງທີ່ສຳຄັນເພື່ອສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ບັນດາບາດກ້າວຕໍ່ໄປໃນຄວາມມານະພະຍາຍາມຊອກຫາມາດຕະການສັນຕິພາບໃຫ້ແກ່ບັນຫາຢູແກຼນ. ທ່ານ Putin ຢັ້ງຢືນວ່າ: ທັດສະນະຫຼັກໆຂອງ ລັດເຊຍ ແມ່ນຮັບຮອງວ່າ ບັນດາເຂດດິນແດນໃໝ່ສອດຄ່ອງກັບກົດໝາຍ. ລັດເຊຍ ຈະບໍ່ຍອມຮັບບໍ່ວ່າລະບຽບຂໍ້ກຳນົດ “ຕົວຈິງ” ໃດໆທັງນັ້ນ.

ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ/ສັນ​ຕິ​ພາບ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ