logo

ວິສາຫະກິດ ຈີນ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຕະຫຼາດ ຫວຽດນາມ

2025/10/1 | 08:57:53
(VOVWORLD) - ປະຈຸບັນ CPCG ພວມສຸມໃສ່ລົງທຶນຢູ່ 17 ແຂວງ, ນະຄອນທາງພາກເໜືອຂອງ ຫວຽດນາມ, ແຕ່ເດືອນ ຕຸລາ ຈະເປີດກວ້າງໄປທາງທິດໃຕ້.
(ທ່ານ ແຢັນເຈຍເຄືອ, ຜູ້ກໍ່ຕັ້ງ CPCG)

        ປະຈຸບັນ, ຈີນ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ລົງທຶນຢູ່ ຫວຽດນາມ, ດ້ວຍຍອດເງິນລົງທຶນປີ 2024 ບັນລຸ 4,7 ຕື້ USD ແລະ ໃນ 8 ເດືອນຂອງຕົ້ນປີ 2025 ບັນລຸ 3,13 ຕື້ USD, ເພີ່ມຂຶ້ນ 37,6%.

        ແຕ່ວັນທີ 28 ກໍລະກົດ ຫາວັນທີ 22 ສິງຫາ, ກຸ່ມບໍລິສັດມະຫາສະມຸດປາຊີຟິກ (CPCG), ແມ່ນໜຶ່ງໃນບັນດາວິສາຫະກິດກໍ່ສ້າງ top 500 ແຫ່ງຂອງ ຈີນ ແລະ ໂລກ, ໄດ້ມາຢາມຫຼາຍແຂວງ, ນະຄອນຂອງ ຫວຽດນາມ, ຄື: ແທັງຮວາ, ກາວບັ່ງ, ທາຍງວຽນ, ດ້ຽນບຽນ, ລາວກາຍ, ຕວຽນກວາງ, ຮືງອຽນ ເພື່ອຊອກຫາໂອກາດລົງທຶນ.

        ທ່ານ ແຢັນເຈຍເຄືອ, ຜູ້ກໍ່ຕັ້ງ CPCG, ໃຫ້ຮູ້ວ່າ ປະຈຸບັນ CPCG ພວມສຸມໃສ່ລົງທຶນຢູ່ 17 ແຂວງ, ນະຄອນທາງພາກເໜືອຂອງ ຫວຽດນາມ, ແຕ່ເດືອນ ຕຸລາ ຈະເປີດກວ້າງໄປທາງທິດໃຕ້.

        “ຂ້າພະເຈົ້າເຄີຍເວົ້າກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ວ່າ ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ ໃນຮອບເວລາ 15 ປີຈະມາເຖິງພຽງຢືນຖັກຈາກ ຈີນ, ຍີ່ປຸ່ນ ເທົ່ານັ້ນ. ໃນອະນາຄົດ, ອາຊີ ຈະຄ່ອຍໆນຳໜ້າໂລກກ່ຽວກັບການເຕີບໂຕ GDP ແລະ ຫວຽດນາມ ຈະນຳໜ້າໃນຮອບເວລາ 20 ປີ. ຂ້າພະເຈົ້າມີຄວາມປະເອີບໃຈຕໍ່ສິ່ງດັ່ງກ່າວແຕ່ດົນແລ້ວ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ຊາວ ຫວຽດນາມ ໄດ້ກ່ຽມພ້ອມແລ້ວ. ພວກຂ້າພະເຈົ້າຢາກລົງທຶນ ແລະ ກໍ່ສ້າງຢູ່ ຫວຽດນາມ ຄືດັ່ງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ”.

        ໃນຂະນະນັ້ນ, ທ່ານ ຊືຈຸງຈວນ, ເລຂາທິການສູນ ຈີນ - ອາຊຽນ ແລ້ວ ໃນອະນາຄົດ, ການຮ່ວມມື ຫວຽດນາມ - ຈີນ ຈະມຸ່ງໄປເຖິງບັນດາຂົງເຂດ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະ ນະວັດຕະກຳ.

TAG
VOV/VOVworld/ກາວ​ບັ່ງ/ທາຍງວຽນ/ດ້ຽນ​ບຽນ/ລາວ​ກາຍ/ຕວຽນ​ກວາງ/ຮືງ​ອຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ