logo

ວິ​ສ​າ​ຫະ​ກິດ ລາວ ຊ່ວຍ​ເຫຼືອ​ເງິນ 1 ລ້ານ USD ໃຫ້​ແກ່​ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

2021/6/10 | 10:49:22
(VOVWORLD) -ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດ ພົງຊັບທະວີ ຂອງ ລາວ ໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ມອບວັດຖຸອຸປະກອນການແພດ ພ້ອມດ້ວຍເງິນສົດ ລວມມູນຄ່າ 1 ລ້ານ USD ເພື່ອຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕ້ານໂລກລະບາດໂຄວິດ - 19.
ການຊ່ວຍເຫຼືອຂອງກຸ່ມບໍລິສັດ ພົງຊັບທະວີ ໃນຄັ້ງນີ້ ແມ່ນສັນຍາລັກທີ່ມີຊີວິດຊີວາແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. 

ຂອງຂວັນດັ່ງກ່າວ ລວມມີ ວັດຖຸອຸປະກອນການແພດມີມູນຄ່າ 500.000 USD ໃນນັ້ນມີຜ້າອັດປາກອັດດັງ ຈຳນວນ 50.000 ອັນ, ນ້ຳຢາຂ້າເຊື້ອ 25.000 ຕຸກ, ຊຸດປ້ອງກັນພະຍາດ 1000 ຊຸດ, ຕຽງນອນສຳລັບຄົນເຈັບ 200 ໜ່ວຍ… ພ້ອມດ້ວຍເງິນສົດຈຳນວນ 500.000 USD ປະກອບໃສ່ກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ.

        ທີ່ພິທີມອບ - ຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອທີ່ທັນການ, ແທດຈິງ ຂອງ ກຸ່ມບໍລິສັດ ພົງຊັບທະວີ ຕໍ່ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໃນການແຜ່ລະບາດຮອບທີ 4 ນີ້. ພ້ອມທັງຖືວ່າ, ການຊ່ວຍເຫຼືອດັ່ງກ່າວ ແມ່ນສັນຍາລັກທີ່ມີຊີວິດຊີວາແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. 

ເວິນທຽງ - ດັ້ງຖຸ່ຍ, ນັກຂ່າວ VOV ປະຈຳ ລາວ. 
TAG
VOV/VOVworld/​ກຸ່ມ​ບໍ​ລິ​ສັດ ພົງ​ຊັບ​ທະ​ວີ/ຊ່ວຍ​ເຫຼືອ/ລາວ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ