logo

ວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກັນຍາ 2025

2025/9/13 | 07:42:00
(VOVWORLD) - ລະບອບລະບຽນການແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ   ກ່າວຄຳເຫັນທີ່ວາລະປະຊຸມ)

        ຕອນເຊົ້າວັນທີ 13 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກັນຍາ 2025 (ວາລະທີ 2)

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ລະບອບລະບຽນການແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດ. ປະຈຸບັນ, ບັນດາປະເທດຍາມໃດກໍ່ຕ້ອງປະເຊີນໜ້າກັບລັກສະນະທົ່ວປວງຊົນ, ໃນວິວັດການເຊື່ອມໂຍງ, ການສ້າງກົດໝາຍກໍ່ຕ້ອງເຊື່ອມໂຍງ, ມີຄວາມປະສົມກົມກຽວກັບບັນດາຄຳໝັ້ນສັນຍາ, ທຳນຽມສາກົນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ການປະກອບຄຳເຫັນໃສ່ກົດໝາຍສະບັບຕ່າງໆໃຫ້ສຳເລັດໃນມື້ນີ້ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ, ນັ້ນແມ່ນການສ້າງກອບນິຕິກຳກົດໝາຍ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຄຸ້ມຄອງລັດໃນຂົງເຂດສຳຄັນຈຳນວນໜຶ່ງ. ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດ, ຮົ້ວກີດຂວາງດ້ານນິຕິກຳ ທີ່ເຮັດໃຫ້ການພັດທະນາຊັກຊ້າລົງ; ສ້າງກົນໄກປ້ອງກັນ, ກວດພົບ ແລະ ແກ້ໄຂການສໍ້ລາດບັງຫຼວງໃຫ້ສົມບູນແບບ, ເພີ່ມທະວີລັກສະນະກະຈ່າງແຈ້ງ. ສ້າງກົນໄກ, ນະໂຍບາຍພິເສດເພື່ອໃຫ້ ຫວຽດນາມ ມີຄວາມຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ”.

        ທີ່ວາລະປະຊຸມ, ບັນດາສະມາຊິກລັດຖະບານໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍຫຼາຍສະບັບ, ໃນນັ້ນມີ: ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຮັບພົນລະເມືອງ, ກົດໝາຍວ່າດ້ວຍການຮ້ອງທຸກ, ກົດໝາຍວ່າດ້ວຍການຮ້ອງຟ້ອງ; ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)...

TAG
VOV/VOVworld/​ເຊື່ອມ​ໂຍງ/ປະ​ສົມ​ກົມ​ກຽວ/ຕັ້ງ​ໜ້າ/ເປັນ​ເຈົ້າ​ການ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ