logo

ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ຂຸດ​ຄົ້ນ IUU ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ

2025/12/23 | 16:59:00
(VOVWORLD) -   ຕອນບ່າຍວັນທີ 23 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມຄັ້ງທີ 27 ຂອງຄະນະຊີ້ນຳແຫ່ງຊາດຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU). 
ແຂວງແຄັງຮວ່າ ເຂົ້າຮ່ວມກອງປະຊຸມທາງໄກ (ພາບ: baokhanhhoa.vn)

 ເມື່ອລາຍງານຢູ່ກອງປະຊຸມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າຕ້ານການຂຸດຄົ້ນ IUU ສົ່ງເຖິງຄະນະກຳມະການເອີລົບ (EC) ແລະ ຂໍຄຳເຫັນບັນດາສະມາຊິກໃນຄະນະຊີ້ນຳ. ວຽກງານການຄຸ້ມຄອງເຮືອຫາປາ ແລະ ການຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສືບຕໍ່ໄດ້ຮັບການຮັກສາຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນສຳລັບເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວ; ສ້າງ ແລະ ລົງບັນຊີລາຍຊື່ກ່ຳປັ່ນຫາປາທີ່ໄດ້ຍົກເລີກການຈົດທະບຽນໃນຖານຂໍ້ມູນເພື່ອຕິດຕາມກວດກາ ແລະ ແກ້ໄຂ. ໃນອາທິດຜ່ານມາ, ທົ່ວປະເທດບໍ່ພົບເຫັນກໍລະນີໃດລະເມີດເຂດທະເລຕ່າງປະເທດ; ຫຼາຍທ້ອງຖິ່ນໄດ້ປະຕິບັດວຽກງານແກ້ໄຂການລະເມີດ IUU ໄດ້ເປັນຢ່າງດີ. ວຽກງານຖະແຫຼງຂ່າວ, ການໂຄສະນາກ່ຽວກັບຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍູ້ແຮງ.

        ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມຮັບເອົາຄຳເຫັນຈາກບັນດາສະມາຊິກໃນຄະນະຊີ້ນຳເພື່ອສ້າງບົດລາຍງານໃຫ້ສົມບູນແບບ  ແລະ ສົ່ງໃຫ້ EC ກ່ອນວັນທີ 31 ທັນວາ.  

TAG
VOV/VOVworld/​ການ​ຂຸດ​ຄົ້ນ​ IUU/ວຽກ​ງານ​ຖະ​ແຫຼງ​ຂ່າວ/ໂຄ​ສະ​ນາ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ