logo

ວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ກະກຽມຢ່າງເຂັ້ມງວດ, ປະຊາທິປະໄຕ, ໂປ່ງໃສ

2026/1/22 | 08:48:03
(VOVWORLD) - ເພື່ອກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກົມການເມືອງ, ຄະນະບໍລິຫານງານສູນກາງ ສະໄໝທີ XIII ໄດ້ດຳເນີນການພິຈາລະນາຢ່າງລະອຽດລະອໍ, ລົງມະຕິ, ເປັນເອກະພາບແນະນຳບຸກຄະລາກອນທີ່ໄດ້ຮັບເລືອກຕັ້ງອີກສະໄໝໜຶ່ງ.
ທ່ານ ເຈິ່ນເກິ່ມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມກ້າວເຂົ້າສູ່ມື້ທີ 4 ຂອງການເຮັດວຽກ. ທີກອງປະຊຸມໃຫຍ່, ວຽກງານການກະກຽມບຸກຄະລາກອນ ຄະນະບໍລິຫານງານສູນກາງໄດ້ດຳເນີນບົນຈິດ ໃຈ ເອົາຈິງເອົາຈັງ, ເຂັ້ມງວດ, ມີປະຊາທິປະໄຕ, ວິທະຍາສາດ ແລະ ໂປ່ງໃສ.

ເພື່ອກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກົມການເມືອງ, ຄະນະບໍລິຫານງານສູນກາງ ສະໄໝທີ XIII ໄດ້ດຳເນີນການພິຈາລະນາຢ່າງລະອຽດລະອໍ, ລົງມະຕິ, ເປັນເອກະພາບແນະນຳບຸກຄະລາກອນທີ່ໄດ້ຮັບເລືອກຕັ້ງອີກສະໄໝໜຶ່ງ ແລະ ເຂົ້າຮ່ວມເທື່ອທຳອິດ; ຜ່ານບົດລາຍງານ ແລະ ລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານສູນກາງ ສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ພິຈາລະນາເລືອກເອົາຕາມຂໍ້ກຳນົດ. ທ່ານ ເຈິ່ນເກິ່ມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໜັກວ່າ:

 “ວຽກງານການກະກຽມ ບຸກຄະລາກອນ ຄະນະບໍລິຫານງານສູນກາງ ສະໄໝທີ XIV ໂດຍຄະນະບໍລິຫານງານສູນກາງ ສະໄໝທີ XIII, ອະນຸກຳມະການບຸກຄະລາກອນ ດຳເນີນຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງພັກ, ຫຼັກການລວມສູນປະຊາທິປະໄຕ, ບັນດາຂໍ້ກຳນົດຂອງກົດໝາຍ; ມີຄວາມຄົບຊຸດ, ມີວິທະຍາສາດ, ມີແບບແຜນ, ເຂັ້ມງວດ, ປະຊາທິປະໄຕ, ພາວະວິໄສ, ໂປ່ງໃສ, ເສີມຂະຫຍາຍປະຊາທິປະໄຕ, ພູມປັນຍາ; ຮັບປະກັນຄວາມກົມກຽວ, ຄວາມເໝາະສົມລະຫວ່າງ ມາດຕະຖານ ແລະ ໂຄງປະກອບ; ລະຫວ່າງ ການສືບທອດ ແລະ ຄວາມເປັນປົກກະຕິ, ການປ່ຽນແປງໃໝ່ ແລະ ການພັດທະນາ; ລະຫວ່າງວິຊາສະເພາະບຳລຸງສ້າງ ແລະ ຄວາມສາມາດໂດດເດັ່ນ, ຄວາມສາມາດຕົວຈິງ; ລະຫວ່າງຄວາມເຊື່ອໝັ້ນ, ປະສົບການວຽກງານ ກັບທິດທາງການພັດທະນາ.

TAG
VOV/VOVworld/ບຸກ​ຄະ​ລາ​ກອນ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ