logo

ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ໄດ້​ສະ​ແດງ​ບົດ​ບາດ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ​ຢ່າງ​ຈະ​ແຈ້ງ

2025/12/19 | 10:58:58
(VOVWORLD) -  “ວຽກງານໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ໄດ້ສະແດງບົດບາດເສີມຂະຫຍາຍປະຊາທິປະໄຕ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງຈະແຈ້ງ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມ 

 ຕີລາຄາສູງບັນດາໝາກຜົນທີ່ຂະແໜງໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນບັນລຸໄດ້ໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ປັດຈຸບັນ, ທັງລະບົບການເມືອງພວມຕັ້ງໜ້າກະກຽມທຸກເງື່ອນໄຂເພື່ອກຽມພ້ອມໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ຕ້ອງກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ຮັບປະກັນການໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະ ວຽກງານໃຫ້ເປັນຢ່າງດີທີ່ສຸດ. ຂ້າພະເຈົ້າເຫັນວ່າ ວຽກງານໝູນໃຊ້ວິທະຍາສາດເຕັກໂນໂລຢີໃນຂົງເຂດສື່ມວນຊົນປະຕິບັດໄດ້ເປັນຢ່າງດີພໍສົມຄວນ, ແຕ່ວ່າ ຍັງມີຫຼາຍວຽກທີ່ພວກເຮົາຕ້ອງເຮັດ. ຖ້າບໍ່ຫັນເປັນດີຈີຕອນ, ພວກເຮົາຈະເຮັດເສຍແນວຮົບ, ເສຍບົດບາດສຳຄັນຂອງວຽກງານຖະແຫຼງຂ່າວ ແລະ ການສື່ສານ.”

ບັນຍາກາດຂອງກອງປະຊຸມ
ທ່ານເລຂາທິການໃຫຍ່ ໂຕເລິມ ກໍຮຽກຮ້ອງໃຫ້ຂະແໜງໂຄສະນາສຶກສາ, ຂົນຂວາຍປະຊາຊົນ ໂຄສະນາບັນດາເຫດການໃຫຍ່ໃຫ້ເປັນຢ່າງດີ, ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຊຸດທີ XIV ຂອງພັກຢ່າງມີແບບມີແຜນ; ພ້ອມກັນນັ້ນ, ຕ້ອງມຸ່ງໄປເຖິງຂັ້ນຮາກຖານ ແລະ “ເຄົາລົບປະຊາຊົນ, ໃກ້ຊິດປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ນຳປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ” ຢ່າງແທ້ຈິງ.

ວັນຫຽວ

TAG
VOV/VOVworld/ວຽກ​ງານ​ສື່ມວນ​ຊົນ/ການ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ