logo

ວຽກ​ງາມເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ ແລະ ບຸນ​ກາ​ຣີ​ມີ​ຄວາມ​ສຳ​ຄັນ​ກ່​ວາ​ເວ​ລາ​ໃດ​ໝົດ

2025/10/24 | 11:15:26
(VOVWORLD) - ຕອນເຊົ້າວັນທີ 24 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໄປຢ້ຽມຢາມມະຫາວິທະຍາໄລ ສັງລວມ Sofia ແລະ ມີບົດກ່າວຄຳເຫັນກ່ຽວກັບນະໂຍບາຍສຳຄັນດ້ວຍຫົວຂໍ້ “ວິວັດການ 75 ປີແຫ່ງນ້ຳໃຈເພື່ອນມິດຂ້າມອາຊີ - ເອີລົບ ຫວຽດນາມ - ບຸນກາຣີ ຕະຫຼອດຮອດຄູ່ຮ່ວມມືຍຸດທະສາດ ໃນສັງກາດໃໝ່”.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການຢ້ຽມຢາມ (ພາບ: VOV)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ບຸນກາຣີຢ່າງເປັນທາງການ, ຕອນເຊົ້າວັນທີ 24 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໄປຢ້ຽມຢາມມະຫາວິທະຍາໄລ ສັງລວມ Sofia ແລະ ມີບົດກ່າວຄຳເຫັນກ່ຽວກັບນະໂຍບາຍສຳຄັນດ້ວຍຫົວຂໍ້ “ວິວັດການ 75 ປີແຫ່ງນ້ຳໃຈເພື່ອນມິດຂ້າມອາຊີ - ເອີລົບ ຫວຽດນາມ - ບຸນກາຣີ ຕະຫຼອດຮອດຄູ່ຮ່ວມມືຍຸດທະສາດ ໃນສັງກາດໃໝ່”. ເມື່ອເຕື້ອງເຖິງວິໄສທັດກ່ຽວກັບການພົວພັນລະຫວ່າງ ສອງປະເທດໃນໜ້າປະຫວັດສາດໃໝ່ ເມື່ອສອງປະເທດຫາກໍ່ສ້າງຕັ້ງຄູ່ຮ່ວມມືຍຸດທະສາດ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງ ບັນດາເສົາຄ້ຳໃນການຮ່ວມມືຍຸດທະສາດ ເຊິ່ງສອງປະເທດ ໃຫ້ບຸລິມະສຸດ ໃນໄລຍະຈະມາເຖິງ.

ພວກຂ້າພະເຈົ້າປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດຢ່າງແຮງ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະພ້ອມກັບ ບຸນກາຣີ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມທິດແທດຈິງ, ສອດຄ່ອງກັບຂອບເຂດຄູ່ຮ່ວມມືຍຸດທະສາດໃໝ່ ເຊິ່ງໄດ້ຮັບການຍົກລະດັບ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ຄວາມປອດໄພທາງໄຊເບີ, ຮັກສາສັນຕິພາບ ສປຊ, ການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ແລະ ບຳລຸງສ້າງພະລັງງານດ້ານປ້ອງກັນຊາດ.

TAG
VOV/VOVworld/ຫວຽດ​ນາມ/ບຸນ​ກາ​ຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ