logo

ສູນກາງຄະນະຊາວໜຸ່ມ ລາວ ຈັດຕັ້ງເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ

2019/7/11 | 09:49:13
(VOVWORLD) -  ວັນທີີ 09 ກໍລະກົດ, ຢູ່່ນະຄອນຫຼວງ ວຽງຈັນ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມ.
 ເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ (ພາບ: TTXVN)

        ເວທີປາໄສຄັ້ງນີ້ ແມ່ນເພື່ອໃຫ້ຊາວໜຸ່ມ, ຄົນລຸ້ນໜຸ່ມຂອງລາວ ມີໂອກາດໄດ້ຊອກຮູ້ກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມ. ທີ່ເວທີປາໄສ, ຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມລາວ ໄດ້ຕັ້ງຄໍາຖາມເປັນຈໍານວນຫຼາຍ ເພື່ອຢາກຊອກຮູ້ກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ; ຫຼື ໄລຍະ ໂຮ່ຈີມິນ  ຍັງມີຊີວິດຢູ່ກໍຄືບັນດາການປະກອບສ່ວນ, ການອຸທິດສ່ວນຂອງ ເພິ່ນຕໍ່ພາລະກິດແຫ່ງການປະຕິວັດ, ປົດປ່ອຍປະເທດຊາດຢູ່ຫວຽດນາມເວົ້າສະເພາະ ແລະ ຢູ່ ອິນດູຈີນເວົ້າລວມ. ທ່ານ ຫງວຽນບ໋າຫຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ທັງໄດ້ຕອບບັນດາຄໍາຖາມ ແລະ ແລກປ່ຽນກັບຊາວໜຸ່ມລາວ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບ ຊີວິດ, ພາລະກິດ ແລະ ພິເສດແມ່ນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ປະທານໂຮ່ຈີມິນ ຕໍ່ຜົນສໍາເລັດຂອງການປະຕິວັດຫວຽດນາມ ແລະ ການປະຕິວັດລາວ.


TAG
VOV/VOVworld/ຊາວໜຸ່ມ/​ແນວ​ຄິດ​​ໂຮ່ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ