logo

ສູນກາງຄະນະຊາວໜຸ່ມ ຫວຽດນາມ ແລະ ລາວ ຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

2020/3/31 | 10:51:00
(VOVWORLD) - ຕອນບ່າຍວັນທີ 30 ມີນາ, ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ແລະ ດ່ານຊາຍແດນ ແດນສະຫວັນ (ແຂວງ ສະຫວັນນະເຂດ), ຄະນະປະຕິບັດງານຂອງຄະນະຊາວໜຸ່ມແຂວງ ກວາງຈີ້ ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ.

        ໂດຍລະອຽດ, ຄະນະໄດ້ມອບສົ່ງເຄື່ອງສີດຢາຂ້າເຊື້ອ 50 ອັນ, ເຄື່ອງວັດແທກຄວາມຮ້ອນ 10 ຊຸດ, ຜ້າອັດປາກ-ອັດດັງ 25.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 750 ລິດ, ໝີ່ສຳເລັດຮູບ 500 ກັບ ແລະ ສິ່ງຂອງຈຳເປັນຮັບໃຊ້ຊີວິດປະຈຳວັນອື່ນໆ ດ້ວຍຍອດມູນຄ່າກ່ວາ 400 ລ້ານດົ່ງ.

        ຂອງຕ້ອນດັ່ງກ່າວ ເພື່ອສະແດງໃຫ້ເຫັນຄວາມປາດຖະໜາຢາກແບ່ງປັນ, ຮຽງບ່າຮຽງໄຫຼ່ກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ໃນການຕໍ່ສູ້ຕ້ານ Covid-19 ເພື່ອໃຫ້ 2 ປະເທດສ້າງສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ, ເສີມຂະຫຍາຍການພົວພັນແບບພິເສດລະຫວ່າງປະຊາຊົນ ແລະ ຊາວໜຸ່ມ 2 ປະເທດ.

TAG
VOV/VOVworld/ສູນກາງຄະນະຊາວໜຸ່ມ/ລາວ/ໂລກລະບາດ/Covid-19

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ