logo

ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ

2021/8/2 | 11:05:00
(VOVWORLD) -ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ (ພາບ:TTXVN)

  ຕອນເຊົ້າວັນທີ 2 ສິງຫາ, ທ່ານສຸລິຍາ ແກ້ວພິລາວົງ ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.

        ຂອງຂວັນລວມມີເຄື່ອງຂອງທີ່ຈຳເປັນ ພ້ອມດ້ວຍຜ້າອັດປາກອັດດັງ, ເຈວລ້າງມື້ ເພື່ອແນໃສ່ຊ່ວຍເຫຼືອນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

        ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດ ລາວ ມີນັກສຶກສາ ຫວຽດນາມ ລວມທັງໝົດ 184 ຄົນ ແລະ ແມ່ນໂຮງຮຽນທີ່ມີນັກສຶກສາ ຫວຽດນາມ ມາຮຽນຫຼາຍທີ່ສຸດໃນປະເທດ ລາວ.

 


TAG
VOV/VOVworld/ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ/ນັກ​ສຶກ​ສາ ຫວຽດ​ນາມ/ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ