logo

ສົນທິສັນຍາ ຮ່າໂນ້ຍ - ປະພາຄານເຍືອງທາງໃຫ້ແກ່ການຮ່ວມມືທົ່ວໂລກດ້ານຄວາມໝັ້ນຄົງທາງໄຊເບີ

2025/10/26 | 10:36:28
(VOVWORLD) - ໃນ 2 ວັນຜ່ານມາ, ມີຜູ້ຕາງໜ້າຂອງ 72 ປະເທດລົງນາມເຂົ້າຮ່ວມສົນທິສັນຍາ ຮ່າໂນ້ຍ.
ທ່ານລັດຖະມົນຕີ ເລືອງຕາມກວາງ ກ່າວຄຳເຫັນທີ່ວາລະປະຊຸມອັດພິທີ
(ພາບ: Vietnam+)

ພາຍຫຼັງຈັດຂຶ້ນເປັນເວລາ 2 ວັນ, ຕອນບ່າຍວັນທີ 26 ຕຸລາ, ພິທີລົງນາມ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ໄດ້ຈັດວາລະປະຊຸມອັດພິທີ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໃຫ້ຮູ້ວ່າ ໃນ 2 ວັນຜ່ານມາ, ມີຜູ້ຕາງໜ້າຂອງ 72 ປະເທດລົງນາມເຂົ້າຮ່ວມສົນທິສັນຍາ ຮ່າໂນ້ຍ. ພ້ອມກັບພິທີເປີດການລົງນາມ, ກອງປະຊຸມຂັ້ນສູງລວມມີບັນດາວາລະປຶກສາຫາລື, ເຫດການນອກກອງປະຊຸມ ໄດ້ຮັບຄຳເຫັນ, ຂໍ້ສະເໜີ, ຂໍ້ລິເລີ່ມຫຼາຍຂໍ້ ແລະ ຄຳໝັ້ນສັນຍາປະຕິບັດສົນທິສັນຍາ ຮ່າໂນ້ຍ ໃຫ້ມີປະສິດທິຜົນ ເພື່ອສ້າງການຫັນປ່ຽນຢ່າງແຮງກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ:

“ເຫດການມີການເຂົ້າຮ່ວມຂອງຫຼາຍປະເທດ, ອົງການຈັດຕັ້ງສາກົນເຂົ້າຮ່ວມພິທີເປີດການລົງນາມ ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມຮັບຜິດຊອບ, ເຈດຈຳນົງດ້ານການເມືອງ ແລະ ຄວາມຕັດສິນໃຈສູງຂອງປະຊາຄົມສາກົນ ໃນການຕ້ານອາດຊະຍາກຳທາງໄຊເບີ; ເປີດໂອກາດໃໝ່, ເພີ່ມທະວີການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ຄວາມກ້າວໜ້າລວມຂອງມວນມະນຸດ”.

ຕາມຂໍ້ກຳນົດ, ສົນທິສັນຍາ ຮ່າໂນ້ຍ ຈະເລີ່ມມີຜົນບັງຄັບໃຊ້ຖ້າຫາກມີກວ່າ 40 ປະເທດລົງນາມໃຫ້ສັດຕະຍາບັນ, ປະຕິບັດສຳເລັດລະບຽບການຜົນບັງຄັບໃຊ້ພາຍໃນ. ສົນທິສັນຍາ ຮ່າໂນ້ຍ ຈະກາຍເປັນປະພາຄານເຍືອງທາງໃຫ້ແກ່ການຮ່ວມມືທົ່ວໂລກກ່ຽວກັບຄວາມປອດໄພທາງໄຊເບີຢ່າງແທ້ຈິງ, ນຳໂລກໄປສູ່ເປົ້າໝາຍ: ເຕັກໂນໂລຊີເພື່ອມະນຸດ, ການຫັນເປັນດີຈີຕອນເພື່ອສັນຕິພາບ.

TAG
VOV/VOVworld/​​ຄຳ​ເຫັນ/​ຂໍ້ສະ​ເໜີ/ຂໍ້​ລິ​ເລີ່ມ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ