logo

ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສື່ມວນ​ຊົນ ອາ​​ເມ​ລິ​ກາ ລາ​ຕິນ ຍົກ​ສູງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ

2025/10/27 | 10:10:27
(VOVWORLD) - ໜັງສືພິມ El Economista ຂອງ ເມກຊີໂກ ໃຫ້ຂໍ້ສັງເກດວ່າ ເລື່ອງຫຼາຍປະເທດພ້ອມກັນລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍສຳຄັນໃນການມຸ່ງໄປເຖິງການສ້າງກອບນິຕິກຳລວມເພື່ອເພີ່ມທະວີການຮ່ວມມືສາກົນ ໃນການຕໍ່ສູ້ກັບອາດຊະຍາກຳເຕັກນິກດີຈີຕອນ - ຈາກການສໍ້ໂກງທາງອອນໄລ…
ໜ້າຈໍໜັງສືພິມ El Economista ຂອງເມັກຊີໂກ (ພາບ: TTXVN)

ສື່ມວນຊົນພາກພື້ນ ອາເມລິກາ ລາຕິນໃນຊຸມວັນຜ່ານມາໄດ້ພ້ອມກັນລົງຂ່າວຍ້ອງຍໍສັນລະເສີນຄວາມໝາຍຂອງພິທີເປີດການລົງນາມ ແລະ ກອງປະຊຸມສຸດຍອດ ສົນທິສັນຍາຂອງ ສປຊ ກ່ຽວກັບອາດຊະຍາກຳທາງອິນເຕີເນັດ ທີ່ຫາກໍດຳເນີນຢູ່ຮ່າໂນ້ຍ, ຖືນີ້ແມ່ນຂີດໝາຍປະຫວັດສາດ ໃນການຮ່ວມມືສາກົນ ເພື່ອແນໃສ່ຮັບປະກັນຄວາມປອດໄພທາງອິນເຕີເນັດ, ພ້ອມທັງຢັ້ງຢືນຖານະບົດບາດ, ອິດທິພົນຊື່ສຽງ ແລະ ຄວາມສາມາດໃນການຈັດຕັ້ງຂອງ ຫວຽດນາມ ເມື່ອໄດ້ຮັບການເລືອກເອົາເປັນປະເທດເຈົ້າພາບຂອງເຫດການທີ່ມີຂອບຂະໜາດທົ່ວໂລກນີ້.ໃນບົດຂຽນທີ່ມີຫົວຂໍ້ “ສປຊ ຮຽກຮ້ອງການປົກປ້ອງປະຊາຊົນໃນເຄືອຂ່າຍອິນເຕີເນັດ”, ຊ່ອງສື່ມວນຊົນຫຼາຍປະເພດ teleSUR ຂອງ ເວເນຊູເອລາ ໄດ້ຢັ້ງຢືນວ່າ ເລື່ອງ ຫວຽດນາມ ຈັດຕັ້ງເຫດການທີ່ມີລັກສະນະທົ່ວໂລກນີ້ໄດ້ສະແດງໃຫ້ເຫັນບົດບາດຕັ້ງໜ້າຂອງປະເທດເຈົ້າພາບໃນວິວັດການຊຸກຍູ້ລັດທິຫຼາຍຝ່າຍ, ສ້າງພື້ນທີ່ໂອ້ລົມສົນທະນາ ແລະ ການຮ່ວມມືຢ່າງແທ້ຈິງລະຫວ່າງບັນດາປະເທດ.

ໜັງສືພິມ El Economista ຂອງ ເມກຊີໂກ ໃຫ້ຂໍ້ສັງເກດວ່າ ເລື່ອງຫຼາຍປະເທດພ້ອມກັນລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍສຳຄັນໃນການມຸ່ງໄປເຖິງການສ້າງກອບນິຕິກຳລວມເພື່ອເພີ່ມທະວີການຮ່ວມມືສາກົນ ໃນການຕໍ່ສູ້ກັບອາດຊະຍາກຳເຕັກນິກດີຈີຕອນ - ຈາກການສໍ້ໂກງທາງອອນໄລ…

TAG
VOV/VOVworld/ອິດ​ທິ​ພົນ​ຊື່​ສຽງ/ຫວຽດ​ນາມ/ສື່ມວນ​ຊົນ/ອາ​ເມ​ລິ​ກາ​ລາ​ຕິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ