logo

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

2025/12/9 | 11:54:17
(VOVWORLD) -       ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023  2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.
ບັນຍາກາດຂອງກອງປະຊຸມ

ບົດລາຍງານຢູ່ກອງປະຊຸມໃຫ້ຮູ້ວ່າ ປີນີ້, ບັນດາສະມາຄົມໃນທົ່ວປະເທດໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວແທດຈິງມຸ່ງໄປເຖິງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ແຫຼ່ງກຳລັງ ແລະ ສ້າງວິທີຫາເງິນລ້ຽງຊີບໃຫ້ແກ່ຜູູ້ປະສົບເຄາະຮ້າຍ. ທ່ານພົນຕີ ຫງວຽນຫືວຈິງ ໃຫ້ຮູ້ວ່າ ປີ 2026, (VAVA), ສືບຕໍ່ສຸມໃສ່ການໂຄສະນາເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ:

        “ໃນປີ 2026, ພວກຂ້າພະເຈົ້າໄດ້ປ່ຽນແປງໃໝ່ແບບວິທີເຄື່ອນໄຫວ ແລະ ລະດົມແຫຼ່ງກຳລັງເພື່ອສ້າງບັນດາແຫຼ່ງກຳລັງດີທີ່ສຸດເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.  ອີກໜ້າທີ່ໜຶ່ງໃນປີໜ້າແມ່ນ ເນື່ອງໃນໂອກາດເຫດການ “65 ປີວິນາດຕະກຳທາດພິດສີສົ້ມ”, ພວກຂ້າພະເຈົ້າຈະຈັດຕັ້ງລາຍການດ້ວຍສານທີ່ວ່າ: ຈາກວິນາດຕະກຳເຖິງວິວັດທະນາການຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ”, ເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງກວ້າງຂວາງຢູ່ພາຍໃນປະເທດ ແລະ ສາກົນ.”

ຫວິງຟອງ

TAG
VOV/VOVworld/ທາດພິດສີສົ້ມ/ດີໂອຊິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ