logo

ສັບ​ປະ​ດາ​ສຸດຍອດ APEC 2025: ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ກັບ​ພາກ​ພື້ນ

2025/11/1 | 13:50:39
(VOVWORLD) - ອາເມລິກາ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາຮ່ວມມືໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).
ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນກອງປະຊຸມ APEC (ພາບ: REUTERS/Tyrone Siu)

ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Casey Mace, ເຈົ້າໜ້າທີ່ອາວຸໂສຂອງ ອາເມລິກາ ຮັບຜິດຊອບ APEC ເມື່ອຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເດີນທາງອອກຈາກ ສ.ເກົາຫຼີ ໂດຍໄວ ແລະ ບໍ່ເຂົ້າຮ່ວມວາລະປະຊຸມຫຼັກຂອງບັນດາການນຳ APEC ເຊິ່ງໄດ້ດຳເນີນຢູ່ນະຄອນ Gyeongju, ແຂວງ Gyeongju ເໜືອຂອງ ສ.ເກົາຫຼີ.

ເມື່ອຕອບຄຳຖາມຂອງບັນດານັກຂ່າວ, ທ່ານ Casey Mace ໃຫ້ຮູ້ວ່າ ລາຍການເຄື່ອນໄຫວຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ອະນຸຍາດໃຫ້ຢູ່ຕໍ່ເຂົ້າຮ່ວມໝົດທຸກການເຄື່ອນໄຫວໄດ້, ແຕ່ເລື່ອງການນຳ ອາເມລິກາ ເຂົ້າຮ່ວມ ແລະ ດຳເນີນການພົບປະສອງຝ່າຍໃນສອງມື້ຜ່ານມາ ແມ່ນ “ການພິສູດໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ APEC”.

ທ່ານ Casey Mace ເນັ້ນໜັກວ່າ ອາເມລິກາ ສືບຕໍ່ຖື APEC ເປັນພື້ນຖານສຳຄັນເພື່ອຊຸກຍູ້ໂຄງການດຳເນີນງານໃນຂົງເຂດເສດຖະກິດຂອງ ອາເມລິກາ ຢູ່ ພາກພື້ນ.


TAG
VOV/VOVworld/APEC/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ