logo

ສ​ປ​ຊ ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ລົງ​ໂທດ Houthi

2025/11/16 | 14:03:15
(VOVWORLD) - ທ່ານ Geng Shuang ອັກຄະລັດຖະທູດຈີນ ໄດ້ຍົກອອກຄວາມວິຕົກກັງວົນວ່າບັນດາມາດຕະການນີ້ ອາດສາມາດກໍ່ຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ, ການຄ້າສາກົນ ແລະ ບໍ່ເໝາະສົມກັບກົດໝາຍສາກົນ. 
ພາບປະກອບ: REUTERS/Khaled Abdullah

ວັນທີ 15 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຕໍ່ກຳນົດເວລາບັນດາມາດຕະການລົງໂທດເລັ່ງໃສ່ກຳລັງ Houthi ໂດຍອີຣານ ໜູນຫຼັງຢູ່ ເຢແມນ. ຕາມມະຕິແລ້ວ, ບັນດາມາດຕະການອາຍັບຊັບສິນ ແລະ ຫ້າມການເດີນທາງໄປມາສຳລັບ 10 ສ່ວນບຸກຄົນ, ສ່ວນຫຼາຍແມ່ນການນຳຂັ້ນສູງ Houthi, ສືບຕໍ່ ຕໍ່ກຳນົດຮອດວັນທີ 14 ພະຈິກ 2026. ຈີນ ແລະ ລັດເຊຍ ໄດ້ປ່ອນບັດຂາວ ໂດຍຄັດຄ້ານເລື່ອງປະເທດຈຳນວນໜຶ່ງສະເໜີເພີ່ມເຕີມບັນດາມາດຕະການຄວບຄຸມການເດີນທາງຢູ່ທະເລແດງ. ທ່ານ Geng Shuang ອັກຄະລັດຖະທູດຈີນ ໄດ້ຍົກອອກຄວາມວິຕົກກັງວົນວ່າບັນດາມາດຕະການນີ້ ອາດສາມາດກໍ່ຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ, ການຄ້າສາກົນ ແລະ ບໍ່ເໝາະສົມກັບກົດໝາຍສາກົນ. ສ່ວນທ່ານນາງ Anna Evstigneeva ຜູ້ຕາງໜ້າລັດເຊຍຖືວ່າ ເອກະສານມະຕິມີລັກສະນະ , ພ້ອມທັງເນັ້ນໜັກເຖິງບົດບາດຂອງບັນດາປະເທດໃນພາກພື້ນ Saudi Arabia, UAE, Iran ຄື Oman ແລະ ໃນວິວັດການແກ້ໄຂວິກິດການຢູ່ ເຢແມນ.

TAG
VOV/VOVworld/ສ​ປ​ຊ/Houthi

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ