logo

ສ​ປ​ຊ- ປະ​ພາ​ຄານ​ທົ່ວ​ໂລກ

2025/10/24 | 11:19:47
(VOVWORLD) - ໃນ 8 ທົດສະວັດທີ່ຜ່ານມາ, ຍາມໃດ ສປຊ ກໍ່ສວມບົດບາດເປັນເສົາຄ້ຳ ຮັກສາສັນຕິພາບຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ, ປົກປ້ອງສິດທະມະນຸດ ແລະ ລະດົມການໂອ້ລົມສົນທະນາ ແທນໃຫ້ການສູ້ຢັນກັນ.

(ພາບ: TTXVN)

      ວັນທີ 24 ຕຸລາ, ແມ່ນຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (24/10/1945 – 24/10/2025), ອົງການຫຼາຍຝ່າຍໃຫ່ຍທີ່ສຸດໃນໜ່ວຍພິພົບ, ດ້ວຍພາລະກຳອັນສູງສົ່ງ: ນຳມວນມະນຸດຫລຸດພົ້ນອອກຈາກຜົນຕາມມາຂອງສົງຄາມ, ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ພັດທະນາ ແລະ ວັດຖະນາຖາວອນ.

     ໃນ 8 ທົດສະວັດທີ່ຜ່ານມາ, ຍາມໃດ ສປຊ ກໍ່ສວມບົດບາດເປັນເສົາຄ້ຳ ຮັກສາສັນຕິພາບຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ, ປົກປ້ອງສິດທະມະນຸດ ແລະ ລະດົມການໂອ້ລົມສົນທະນາ ແທນໃຫ້ການສູ້ຢັນກັນ. ອົງການນີ້ບໍ່ພຽງແຕ່ແມ່ນລະບອບລະບຽບການສາກົນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງຄວາມໄວ້ວາງໃຈ ແລະ ຄວາມຫວັງຂອງມວນມະນຸດ ໃນບັນດາໄລຍະຫຍຸ້ງຍາກທີ່ສຸດຂອງປະຫວັດສາດອີກດ້ວຍ.

  ກ້າວເຂົ້າສູ່ສັດຕະວັດທີ XXI, ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫ່ຍນາໆປະການ ແຕ່ບົດບາດຂອງ ສປຊ ໃນການຮັກສາສັນຕິພາບ ແລະ ກຳນົດກົດລະບຽບສາກົນ ອີງຕາມຂໍ້ກຳນົດກົດລະບຽບ ຍັງຄົງແມ່ນພື້ນຖານທີ່ບໍ່ສາມາດປ່ຽນແທນໄດ້. ແລະໃນວິວັດການ 80 ປີທີ່ເຕັມໄປດ້ວຍການທົດສອບນັ້ນ, ສປຊ ຍັງຢືນຢູ່ຢ່າງໝັ້ນຄົງໜັກແໜ້ນ ເໝືອນກັບ “ປະພາຄານທົ່ວໂລກ” ເຍືອງທາງໃຫ້ມວນມະນຸດ ມຸ່ງໄປສູ່ສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

TAG
VOV/VOVworld/ສ​ປ​ຊ- ປະ​ພາ​ຄານ​ທົ່ວ​ໂລກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ