logo

ສ​ປ​ຊ ຮຽກ​ຮ້ອງ​ລະ​ດົມ​ເງິນ 33 ຕື້ USD ເພື່ອ​ຊ່ວຍ​ເຫຼືອ​ 135 ລ້ານ​ຄົນ​ທີ່​​ຕ້ອງ​ການໄດ້​ຮັບ​ຊ່ວຍ​ເຫຼືອ

2025/12/9 | 08:57:16
(VOVWORLD) - ວັນທີ 8 ທັນວາ, ຫ້ອງວ່າການປະສານງານ ບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະກອບເງິນ 33 ຕື້ USD ໃຫ້ແກ່ປີ 2026 ເພື່ອຊ່ວຍເຫຼືອປະຊາຊົນປະມານ 135 ລ້ານຄົນ ພວມຮັບມືກັບຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ສະພາວະຂາດແຄນສະບຽງອາຫານ.
ເດັກນ້ອຍຊາວ ປາແລັດສະຕິນ ລໍຖ້າອາຫານຂໍອາຫານ, ຢູ່ Khan Younis, ທາງທິດໃຕ້ເຂດ Gaza, ວັນທີ 4/8/2025. (ພາບເອກະສານ: REUTERS/Hatem Khaled)

ຕາມອົງການ OCHA ແລ້ວ, ອົງການນີ້ຕ້ອງການເງິນຫຼາຍກວ່າ 4,1 ຕື້ USD ໃນປີ 2026 ເພື່ອຊ່ວຍເຫຼືອຊາວປາແລັດສະຕິນ 3 ລ້ານຄົນ; 2,9 ຕື້ USD ຊ່ວຍເຫຼືອໃຫ້ແກ່ປະຊາຊົນ ຊູດັງ ທີ່ພວມຕົກເຂົ້າສູ່ວິກິດການອົບພະຍົບຄັ້ງໃຫຍ່ສຸດຢູ່ໂລກ ແລະ 2,8 ຕື້  USD ໃຫ້ແກ່ການຟື້ນຟູ ຊີຣີ ພາຍຫຼັງຖືກທຳລາຍຈາກສົງຄາມມາຫຼາຍປີ.

ຕາມການຄາດຄະເນຂອງ ສປຊ ແລ້ວ, ມີປະຊາຊົນປະມານ 240 ລ້ານຄົນຢູ່ບັນດາເຂດເກີດການປະທະກັນ, ໂລກພະຍາດ, ໄພພິບັດທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມຕ້ອງການໄດ້ຮັບການຊ່ວຍເຫຼືອດ່ວນ. ໃນປີ 2025 ນີ້, ສປຊ ໄດ້ຮັບເງິນຊ່ວຍເຫຼືອພຽງ 12 ຕື້ USD ເທົ່ານັ້ນ ໃນຂະນະທີ່ຈຳນວນເງິນຕ້ອງການແມ່ນກວ່າ 45 ຕື້ USD. ນີ້ກໍແມ່ນຈຳນວນເງິນຊ່ວຍເຫຼືອປະຈຳປີທີ່ຕ່ຳທີ່ສຸດ ເຊິ່ງອົງການຫຼາຍຝ່າຍໃຫຍ່ສຸດຂອງໂລກນີ້ໄດ້ຮັບໃນທົດສະວັດຜ່ານມາ ແລະ ສາມາດຊ່ວຍເຫຼືອໃຫ້ປະຊາຊົນໄດ້ພຽງ 98 ລ້ານຄົນເທົ່ານັ້ນ, ໜ້ອຍກວ່າປີກາຍນີ້ແມ່ນກວ່າ 25 ລ້ານຄົນ.


 

TAG
VOV/VOVworld/​ ລະ​ດົມ​ເງິນຊ່ວຍ​ເຫຼືອ/ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ