logo

ສ​ປ​ຊ ຮຽກ​ຮ້ອງ​ໃຫ້ຢຸດ​ຕິ​ການ​ຢຶດ​ຄອງ​ດິນ​ແດນ​ຂອງ​ຊາວ ປາ​ແລັດ​ສະ​ຕິນ

2025/11/26 | 14:40:54
(VOVWORLD) - ວັນທີ 25 ພະຈິກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກເຖິງສິດສ້າງຕັ້ງລັດແມ່ນສິດພື້ນຖານຂອງຊາວ ປາແລັດສະຕິນ, ພ້ອມດຽວກັນນັ້ນກໍຢ້ຳຄືນຄຳຮຽກຮ້ອງຢຸດຕິສະພາວະຢຶດຄອງດິນແດນ ປາແລັດສະຕິນ ແບບຜິດກົດໝາຍ.

        ໃນກອງປະຊຸມພິເສດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ (ວັນທີ 29 ພະຈິກ), ທ່ານຫົວໜ້າຫ້ອງວ່າການ Courtenay Rattray ໄດ້ສົ່ງຕໍ່ຄຳປາໄສຂອງທ່ານເລຂາທິການໃຫຍ່ Antonio Guterres, ໃນນັ້ນ ໄດ້ເນັ້ນໜັກວ່າ “ຄວາມຈິງທີ່ລຽບງ່າຍ: ຊາວ ປາແລັດສະຕິນ ມີສິດໄດ້ຮັບຄວາມເຄົາລົບກຽດສັກສີ, ໄດ້ຊົມໃຊ້ຄວາມຍຸຕິທຳ ແລະ ສິດຕັດສິນດ້ວຍຕົນເອງ”.

        ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ “ວິວັດທະນາການບໍ່ສາມາດຕາວປີ້ນທິດທາງມຸ່ງໄປເຖິງມາດຕະການສອງລັດ, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ, ກັບ ອິດສະຣາແອັນ ແລະ ປາແລັດສະຕິນ ພ້ອມກັນຄົງຕົວໃນສັນຕິພາບ, ຄວາມໝັ້ນຄົງໃນເສັ້ນຊາຍແດນທີ່ປອດໄພ ແລະ ໄດ້ຮັບການຍອມຮັບບົນພື້ນຖານບັນດາເສັ້ນຊາຍແດນກ່ອນປີ 1967”.


TAG
VOV/VOVworld/​ດິນ​ແດນ​ຂອງ​ຊາວ ປາ​ແລັດ​ສະ​ຕິນ/ຄົງ​ຕົວ​ສອງ​ລັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ