logo

ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ໄທ ແລະ ກຳ​ປູ​ເຈຍ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

2025/12/9 | 08:47:50
(VOVWORLD) -  ວັນທີ 8 ທັນວາ (ຕາມເວລາ ນິວຢອກ ອາເມລິກາ), ທ່ານ Stephane Dujarric ໂຄສົກ ສປຊ  ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ “ມີຄວາມວິຕົກກັງວົນທີ່ສຸດ” ຕໍ່ການຜັນແປຫຼ້າສຸດລະຫວ່າງ ໄທ ແລະ ກຳປູເຈຍ.
ປະຊາຊົນຍົກຍ້າຍໄປຍັງບ່ອນປອດໄພ, ວັນທີ 8 ທັນວາ 2025 (ພາບ:  Agence Kampuchea Press/REUTERS)

ທ່ານ Antonio Guterres ຮຽກຮ້ອງໃຫ້ສອງປະເທດເຮັດທຸກວິທີທາງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ເມື່ອເດືອນ ຕຸລາ ຜ່ານມາ. ກໍໃນວັນດຽວກັນ, ຄະນະກຳມະການ ກາແດງ ສາກົນ (ICRC) ໄດ້ສະແດງຄວາມວິຕົກກັງວົນຕໍ່ການປະທະກັນທີ່ເກີດຂຶ້ນຄືນໃໝ່ຢູ່ຊາຍແດນ ກຳປູເຈຍ - ໄທ ແລະ ຮຽກຮ້ອງໃຫ້ 2 ປະເທດ ຈົ່ງລະງັບໃຈ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງ.

ຢູ່ບາງກອກ, ທ່ານ ອະນຸທິນ ຊານວິຣະກູນ ນາຍົກລັດຖະມົນຕີ ໄທ  ໃຫ້ຮູ້ວ່າ ລັດຖະບານ ໄທ ພວມຕິດຕາມສະພາບການຜັນແປຢ່າງໃກ້ຊິດ ແລະ ໄດ້ຊີ້ນຳບັນດາອົງການປ້ອງກັນຄວາມສະຫງົບສົມທົບກັນ ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ພ້ອມທັງກວດຄືນບົດລາຍງານກ່ຽວກັບການເສຍຊີວິດແລະ ບາດເຈັບ.  ໄທຈະມີການກະທຳຢ່າງລະມັດລະວັງ ແລະ ປະຕິບັດຕາມບັນດາຫຼັກການມະນຸດສະທຳເພື່ອປົກປ້ອງສາມັນຊົນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນ.

ສ່ວນທາງຝ່າຍ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ ຈຸດສຸມແມ່ນວຽກງານປົກປ້ອງອະທິປະໄຕ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ທີ່ການຖະແຫຼງຂ່າວໃນຕອນຄ່ຳວັນທີ 08 ທັນວາ, ທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ ຍ້ອນການຜັນແປປິນຂັ້ນໄດ, ນັບພັນຄອບຄົວຕ້ອງຍົກຍ້າຍໄປຍັງບ່ອນປອດໄພ ແລະ ມີໂຮງຮຽນປະມານ 377 ແຫ່ງ ຢູ່ 4 ແຂວງ ຊາຍແດນ ຕ້ອງປິດປະຕູຊົ່ວຄາວ.


 

TAG
VOV/VOVworld/ຄະນະກຳມະການ ກາແດງ ສາກົນ/ຄວາມ​ເຄັ່ງ​ຕຶງລະ​ຫວ່າງ ໄທ ແລະ ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ