logo

ສປປເກົາຫຼີ ຍິງທົດລອງ ລູກສອນໄຟໄລຍະສັ້ນ 2 ລູກ

2012/3/31 | 09:28:43

ສປປ​ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 2 ລູກ


ລູກ​ສອນ​ໄຟ KN-01 ຂອງ ສປປ​ເກົາຫຼີ

(ພາບ:dvt.vn)

( vovworld ) ​ວັນ​ທີ 30/3, ໜັງສືພິມ “Chosun Ilbo“ ຂອງ​ສາທາລະນະ​ລັດ​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ແຫ່ລງ​ຂ່າວ​ຂອງ​ລັດຖະບານ​ປະ​ເທດ​ນີ້ ​ໂດຍ​ໃຫ້​ຮູ້​ວ່າ: ສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​ໄດ້ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 2 ລູກ​ໃນ​ວັນ​ທີ 29/3 ທີ່​ຜ່ານ​ມາ. ​ແລະ​ ກໍ​ຕາມ​ແຫຼ່ງຂ່າວດັ່ງກ່າວ, ບັນດາ​ລູກ​ສອນ​ໄຟ​ດັ່ງ​ກ່າວ​ແມ່ນ​ລູກ​ສອນ​ໄຟ​ຕ້ານ​ກຳ​ປັ່ນ KN-01 ທີ່​ມີ​ໄລຍະ​ຍິງ​ສັ້ນປະມານ 120 ກມ ຊື່​ງ​ໄດ້​ຍິງ​ຈາກ​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ ຂຶ້ນ​ກັບ​ແຂວງ Pyongan ທາງ​ທິດ​ເໜືອ​ປະ​ເທດສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​ແລະ ມຸ້ງ​ໄປ​ເຖິງ​ເຂດ​ທະ​​ເລເຫຼື​ອງ.. ລູກ​ສອນ​ໄຟ KN-01 ​ແມ່ນລູກ​ສອນ​ໄຟ​ລຸ້ນ​ໃໝ່​ທີ່​ທັນ​ສະ​ໄໝ​ກ່ວາ​ລູກ​ສອນ​ໄຟ​ຕ້ານ​ກຳ​ປັ່ນ​ຂອງ​ຈີນ ດ້ວຍ​ໄລຍະ​ຍິງ​ປະມານ 95 ກມ. ຕາ​ມ ແຫຼ່ງຂ່າວ​ຈາກ​ກອງທັບສາທາລະນະ​ລັດ​ເກົາຫຼີ ​ແລ້ວ, ​ເຫດການ​ຍິງທົດ​ລອງ​ລູກ​ສອນ​ໄຟ​ເມື່ອ​ວັນ​ທີ 29/3 ບໍ່​ກ່ຽວຂ້ອງ​ເຖິງ​ເຫດການ​ຍິງ​ດາວ​ທຽມ​ຂອງ​ປະ​ເທດ​ນີ້ ​ໃນ​ກາງ​ເດືອນ 4 ທີ່​ຈະ​ມາ​ເຖິງ.

TAG
ລູກສອນໄຟ/ໄລຍະສັ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ