logo

ສປປ.ເກົາຫຼີ ສືບຕໍ່ເປີດກວ້າງກຳລັງຄວາມສາມາດໃນການຜະລິດລູກສອນໄຟ ແລະ ລູກປືນໃຫຍ່

2025/12/26 | 11:25:45
(VOVWORLD) - ການນຳ Kim Jong Un ເນັ້ນໜັກວ່າ “ຂົງເຂດຜະລິດລູກສອນໄຟ ແລະ ລູກປືນໃຫຍ່ຂອງປະເທດຊາດໄດ້ສວມບົດບາດແຖວໜ້າໃນວິວັດການຍົກສູງກຳລັງນາບຂູ່ສົງຄາມ”.
ການນຳ Kim Jong Un ໄປກວດກາບັນດາວິສາຫະກິດໃຫຍ່ຂຶ້ນກັບຂະແໜງອຸດສາຫະກຳອາວຸດຂອງ ສປປ.ເກົາຫຼີ
(ພາບ: KCNA/REUTERS)

ວັນທີ 26 ທັນວາ, ສຳນັກງານຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ການນຳ Kim Jong Un ໄດ້ປະກາດແຜນການກໍ່ສ້າງບັນດາໂຮງງານຜະລິດອາວຸດໃໝ່ ເພື່ອເປີດກວ້າງກຳລັງຄວາມສາມາດການຜະລິດລູກສອນໄຟ ແລະ ລູກປືນໃຫຍ່, ພ້ອມກັນນັ້ນ, ກໍ່ຮຽກຮ້ອງເພີ່ມຈຳນວນການຜະລິດ.

ກ່າວຄຳເຫັນໃນຂອບເຂດການໄປກວດກາບັນດາວິສາຫະກິດໃຫຍ່ຂຶ້ນກັບຂະແໜງອຸດສາຫະກຳອາວຸດຂອງ ສປປ.ເກົາຫຼີ, ການນຳ Kim Jong Un ເນັ້ນໜັກວ່າ “ຂົງເຂດຜະລິດລູກສອນໄຟ ແລະ ລູກປືນໃຫຍ່ຂອງປະເທດຊາດໄດ້ສວມບົດບາດແຖວໜ້າໃນວິວັດການຍົກສູງກຳລັງນາບຂູ່ສົງຄາມ”. ສະນັ້ນ, ແຜນການຜະລິດສຳລັບປີ 2026 ຕ້ອງສ້າງຂຶ້ນຕາມທິດພັດທະນາ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຂອງໜ້າທີ່ສຳລັບກຳລັງລູກສອນໄຟ ແລະ ປືນໃຫຍ່ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ.

TAG
VOV/VOVworld/ຂົງ​ເຂດ/​ຜະ​ລິດ​/ລູກ​ສອນ​ໄຟ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ