logo

ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ກູ້​ເອົາ​ຊີ​ວິດ​ຄົ​ນໃນ​ສະ​ພາບຝົນ​ຕົກ​ນ້ຳ​ຖ້ວມ

2025/11/21 | 10:57:32
(VOVWORLD) - ໃນຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການ ຫງວຽນຮວ່າບິ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການໜູນຊ່ວຍໂດຍດ່ວນດ້ວຍຈຳນວນເງິນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ໃຫ້ແກ່ 04 ທ້ອງຖິ່ນດັ່ງກ່າວເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ຮີບດ່ວນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ສຸມທຸກແຫຼ່ງກຳລັງເພື່ອຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ (ພາບ:  VOV)

ໄລ່ຮອດ 6 ໂມງ 30 ນາທີຂອງຕອນເຊົ້າວັນທີ 21 ພະຈິກ, ຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄັງຮວ່າ ແລະ ເລິມດົ່ງ ມີຜູ້ເສຍຊີວິດ ແລະ ຫາຍສາບສູນຍ້ອນນ້ຳຖ້ວມ 52 ຄົນ; ມີເຮືອນຫຼາຍກວ່າ 68.000 ຫຼັງຖືກນໍ້າຖ້ວມສູງ; ຫຼາຍເຂດຊຸມຊົນຖືກນໍ້າຖ້ວມໄຫຼຊຸບໍ່ສາມາດໄປມາຫາສູ່ກັນໄດ້; ຂົງເຂດກະສິກຳ, ພື້ນຖານໂຄງລ່າງກໍຖືກຜົນເສຍຫາຍຢ່າງຮ້າຍແຮງ. ໃນຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການ ຫງວຽນຮວ່າບິ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການໜູນຊ່ວຍໂດຍດ່ວນດ້ວຍຈຳນວນເງິນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ໃຫ້ແກ່ 04 ທ້ອງຖິ່ນດັ່ງກ່າວເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ຮີບດ່ວນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

        ກະຊວງປ້ອງກັນປະເທດ ກໍກະກຽມເຮືອບິນເຮລີກອັບແຕເພື່ອຮັບໃຊ້ການກູ້ໄພກູ້ຊີບ. ທ່ານພົນຈັດຕະວາ ເຈິນແທັງຫາຍ, ຮອງຜູ້ບັນຊາການເຂດ 5, ໃຫ້ຮູ້ວ່າ:

        “ປັດຈຸບັນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງເຮືອບິນຂອງກອງພົນ 370 ແລະ ກອງພົນ 372 ເພື່ອຂົນເຄື່ອງຂອງຢູ່ ນິງທ້ວນ, ກາມແຣັງ ແລະ ຕຸຍຮວ່າ ສົ່ງໄປຍັງບັນດາເຂດຖືກນ້ຳຖ້ວມໜັກ, ບ່ອນທີ່ພວກເຮົາຍັງບໍ່ທັນຍົກຍ້າຍປະຊາຊົນອອກໄປບ່ອນທີ່ປອດໄພໄດ້, ແຕ່ຕ້ອງຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫິວກ່ອນ”.

TAG
VOV/VOVworld/ນ້ຳ​ຖ້ວມ/ທັນ​ຍາ​ຫານ/ກູ້​ໄພ​ກູ້​ຊີບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ