logo

ສື່ມວນ​ຊົນ, ນັກ​ຮຽນ​ຮູ້​ອັງ​ກິດ​ຕີ​ລາ​ຄາ​ຕັ້ງ​ໜ້າ​ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ ຍົກ​ລະ​ດັບ​ຕະຫຼາດຫຼັກ​ຊັບ

2025/10/9 | 07:40:27
(VOVWORLD) - ໜັງສືພິມ Financial Times, ໄດ້ລົງຂ່າວວ່າ ເປັນຄັ້ງທຳອິດ ທີ່ຫວຽດນາມ ໄດ້ຮັບການຍົກລະດັບຂຶ້ນເປັນຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຈາກອົງການສະໜອງດັດຊະນີ, ການກະທຳນີ້ອາດຈະດຶງດູດເງິນເປັນຈຳນວນນັບພັນຕື້ USD ເຂົ້າມາລົງທຶນຕະຫຼາດຫຼັກຊັບພາຍໃນປະເທດ. 
ບົດຂຽນໄດ້ເອົາລົງໃນ ເວັບໄຊຂອງ ໜັງສືພິມ Financial Times (ພາບປະກອບ: Financial Times)

ພາຍຫຼັງອົງການຈັດອັນດັບ FTSE Russell ແຈ້ງການຍົກລະດັບ ຫວຽດນາມ  ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຂຶ້ນຢ່າງເປັນທາງການ, ໃນວັນທີ 8 ຕຸລານັກຮຽນຮູ້ ແລະ ສື່ມວນຊົນ ອັງກິດ ໄດ້ມີການຕີລາຄາທີ່ຕັ້ງໜ້າກ່ຽວກັບບັນຫານີ້. ໜັງສືພິມ Financial Times, ໜັງສືພິມແຖວໜ້າໂລກ ໃນຂົງເຂດການເງິນ, ໄດ້ລົງຂ່າວວ່າ ເປັນຄັ້ງທຳອິດ ທີ່ຫວຽດນາມ ໄດ້ຮັບການຍົກລະດັບຂຶ້ນເປັນຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຈາກອົງການສະໜອງດັດຊະນີ, ການກະທຳນີ້ອາດຈະດຶງດູດເງິນເປັນຈຳນວນນັບພັນຕື້ USD ເຂົ້າມາລົງທຶນຕະຫຼາດຫຼັກຊັບພາຍໃນປະເທດ. ໃນຂະນະນັ້ນ, ທ່ານ Bill Hayton ນັກຄົ້ນຄ້ວາ ໂຄງການອາຊີ ຢູ່ສະຖາບັນຄົ້ນຄ້ວາ ພະບໍລົມວົງສານຸວົງ ອັງກິດ ກ່ຽວກັບບັນດາບັນຫາສາກົນ Chatham House, ຖືວ່າການຍົກລະດັບນີ້ມີຄວາມໝາຍທີ່ສຸດຕໍ່ຫວຽດນາມ ແມ່ນບາດກ້າວມຸ່ງໄປເຖິງການໄດ້ຮັບຖືວ່າແມ່ນພື້ນຖານເສດຖະກິດສາກົນ.

TAG
VOV/VOVworld/ຕະຫຼາດຫຼັກ​ຊັບ/ຫວຽດ​ນາມ/ຍົກ​ລະ​ດັບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ