logo

ສື່ມວນ​ຊົນປະ​ຈັນ​ບານ, ເປັນ​ແບບ​ຢ່າງ, ນຳ​ໜ້າ, ຕໍ່​ສູ້​ກັບ ການ​ສໍ້ລາດ​ບັງຫຼວງ​ຢ່າງ​ເດັດ​ຂາດ

2025/10/31 | 08:02:04
(VOVWORLD) - ພິທີມອບລາງວັນສື່ມວນຊົນທົ່ວປະເທດ, ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ປະກົດການຫຍໍ້ທໍ້ຄັ້ງທີ V ປີ 2024 – 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 30 ຕຸລາ ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບ ລາງວັນ A 4 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 12 ລາງວັນ, ລາງວັນຊົມເຊີຍ 18 ລາງວັນໃຫ້ແກ່ບັນດາຜູ້ຂຽນ, ກຸ່ມຜູ້ຂຽນ. ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ, ບັນດາຜົນງານທີ່ໄດ້ຮັບລາງວັນໄດ້ສຸມໃສ່ສ່ອງແສງ, ກ່າວປະນາມ, ຕໍ່ສູ້, ແກ້ໄຂການກະທຳສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ໃນສັງຄົມ… ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່44 ຜູ້ຂຽນ, ກຸ່ມຜູ້ຂຽນ ທີ່ມີຜົນງານດີເດັ່ນໄດ້ຮັບການຍ້ອງຍໍສັນລະເສີນໃນພິທີມອບລາງວັນ, ພ້ອມທັງສະເໜີວ່າ:

ເສີມຂະຫຍາຍ ບົດບາດຫຼັກແຫຼ່ງຂອງສື່ມວນຊົນ ຢ່າງແຮງ, ສ້າງຖັນແຖວບັນດາຜູ້ເຮັດວຽກງານການຂ່າວ ຢ່າງໝັ້ນແກ່ນ, ບໍ່ຖອຍຫຼັງເມື່ອປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີສະຕິຕໍ່ຄວາມຈອບອອຍ, ຢຶດໝັ້ນຕໍ່ຄຸນທາດການເມືອງ, ມີຄວາມສຸດຈິດສຸດໃຈ, ມີຄວາມແຫຼມຄົມດ້ານວິຊາການ; ຕ້ອງດຳເນີນອາຊີບຢ່າງມີມະນຸດສະທຳ, ເດັດດ່ຽວ, ກ້າຫານໃນການຕໍ່ສູ້, ປະຈັນບານ, ເປັນແບບຢ່າງທີ່ດີ, ນຳໜ້າ, ຕໍ່ສູ້ກັບການສໍ້ລາດບັງຫຼວງ, ຟູມເຟືອຍ, ປະກົດການຫຍໍ້ທໍ້ດ້ວຍຈິດໃຈ ເຫຼັກໃນປາກກາ - ໄຟໃນຫົວໃຈຢ່າງເດັດຂາດ.

TAG
VOV/VOVworld/ສື່​ມວນ​ຊົນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ