logo

ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ

2020/6/25 | 10:31:10
(VOVWORLD) -ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ

 ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

(ພາບປະກອບ: KPL)

ວັນທີ 25 ມິຖຸນາ, ບັນດາອົງການສື່ມວນຊົນລາວ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ກອງປະຊຸມສະພາການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 ທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ທີ່ບັນດາກອງປະຊຸມ.

        ຕາມສື່ມວນຊົນລາວ ແລ້ວ, ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ, ພິເສດແມ່ນບັນດາຄວາມມານະພະຍາຍາມ ແລະ ມາດຕະການເພື່ອຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ-19 ຜ່ານຂອບເຂດການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກ. ຕາມສື່ມວນຊົນລາວ ແລ້ວ, ກອງປະຊຸມກໍ່ຈະເປັນເອກະພາບຮັບຮອງເອົາເລື່ອງ ທ່ານ Robert Matheus Tene, ຊາວ ອິນໂດເນເຊຍ ດຳລົງຕຳແໜ່ງຮອງເລຂາທິການໃຫຍ່ອາຊຽນ, ຮັບຜິດຊອບບັນຫາການເມືອງ-ຄວາມໝັ້ນຄົງຂອງອາຊຽນ ອາຍຸການ 2021 – 2024.

TAG
VOV/VOVworld/​ແຜ່​ລະ​ບາດ/​ໂລກ​ລະ​ບາດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ