logo

ສື່ມວນ​ຊົນ​ລາວ ລົງ​ຂ່າວຢ່າງ​ໜາ​ແໜ້ນ​ກ່ຽວ​ກັບ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

2022/4/27 | 11:36:11
(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 25 – 27 ເມສາ, ສື່ມວນຊົນ ລາວ ໄດ້ພ້ອມກັນລົງຂ່າວ ແລະ ບົດຍ້ອງຍໍຊົມເຊີຍກ່ຽວກັບນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ກໍ່ຄືມູນເຊື້ອສະຫງ່າອົງອາດຂອງສອງຊາດ.
ສື່ມວນຊົນລາວ ລົງຂ່າວຢ່າງໜາແໜ້ນກ່ຽວກັບ ການພົວພັນລະຫວ່າງ ຫວຽດນາມ - ລາວ
(ພາບ: VOV)

ໜັງສືພິມ ປະຊາຊົນ ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ສະບັບອອກໃນວັນທີ 27 ເມສາ ໄດ້ລົງພິມດ້ວຍຫົວຂໍ້ວ່າ: “ນ້ຳໃຈສາມັກຄີພິເສດ ລະຫວ່າງ ລາວ - ຫວຽດນາມ ແມ່ນພື້ນຖານໄຊຊະນະໃຫ້ແກ່ກິດຈະກຳປະຕິວັດຂອງສອງປະເທດ”. ບົດຂຽນໄດ້ຢັ້ງຢືນວ່າ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງມິດຕະພາບ ທີ່ມີເສັ້ນຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້ ເທົ່ານັ້ນ ຫາກປະຊາຊົນສອງປະເທດຍັງມີຈຸດວັດທະນະທຳທີ່ເປັນເອກະລັກທີ່ຄ້າຍຄືກັນ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ຕ້ານສັດຕູໂຕດຽວກັນ ແລະ ລ້ວນແຕ່ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ພ້ອມກັນນັ້ນ, ເວັບໄຊຂອງໜັງສືພິມ Vientiane Time, ສຳນັກຂ່າວສານ ລາວ, ສະຖານີໂທລະພາບແຫ່ງຊາດລາວ, ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ໃນວັນທີ 26 ແລະ 27 ເມສາ ລ້ວນແຕ່ລົງຂ່າວຢ່າງໜ້າແໜ້ນກ່ຽວກັບການເຄື່ອນໄຫວຂອງຄະນະການນຳຂັ້ນສູງຂອງ ລາວ ໂດຍທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ນຳໜ້າ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ