logo

ສື່ມວນ​ຊົນ​ລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

2021/5/6 | 11:02:00
(VOVWORLD) -ສື່ມວນຊົນລາວ ໄດ້ລົງຂ່າວເປັນຈຳນວນຫຼາຍ ກ່ຽວກັບການໜູນຊ່ວຍຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ສິນຄ້າໜູນຊ່ວຍ ຂອງຫວຽດນາມ ສົ່ງໄປຍັງ ລາວ (ພາບ: TTXVN)

ວັນທີ 6 ພຶດສະພາ, ໜັງສືພິມ Vientiane Times ໄດ້ລົງຂ່າວວ່າ ລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍບັນດານັກຊ່ຽວຊານ ແລະ ພະນັກງານການແພດ, ເງິນສົດ ກໍ່ຄືອຸປະກອນການແພດທີ່ມີມູນຄ່າ ນັບຕື້ກີບ ເພື່ອຊ່ວຍໃຫ້ ລາວ ສະກັດກັ້ນ ແລະ ຄວບຄຸມ ໂລກລະບາດໂຄວິດ - 19. ສິນຄ້າໜູນຊ່ວຍງວດຫຼ້າສຸດຂອງ ຫວຽດນາມ ຫາກໍໄດ້ສົ່ງໄປຍັງ ລາວ ໃນວັນທີ 4 ພຶດສະພາ ທີ່ຜ່ານມາ ໃນສະພາບການລາວ ພວມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19, ອັນໄດ້ເຮັດໃຫ້ວົງການເຈົ້າໜ້າທີ່ ຕ້ອງອອກຄຳສັ່ງ ປິດເມືອງ ໃນທົ່ວປະເທດ.

        ໜັງສືພິມ Vientiane Times ກໍ່ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດຕັ້ງໜ້າໜູນຊ່ວຍ ລາວ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ໄດ້ໜູນຊ່ວຍລາວໃນບັ້ນຕໍ່ສູ້ນີ້ ຫຼາຍເທື່ອແລ້ວ… ໜັງສືພິມດັ່ງກ່າວກໍ່ໄດ້ຄັດສະເໜີຂໍ້ສັງເກດຂອງ ບັນດາເຈົ້າໜ້າທີ່ ລາວ ໂດຍໃຫ້ຮູ້ວ່າ ການໜູນຊ່ວຍຂອງ ຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນ ເຂົ້າໃນຄວາມມານະພະຍາຍາມ ສະກັດກັ້ນ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢູ່ປະເທດນີ້.

TAG
VOV/VOVworld/ຫວຽດ​ນາມ/ລາວ/ໂຄວິດ - 19

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ