logo

ສື່ມວນຊົນລາວລົງຫຼາຍຂ່າວ/ບົດກ່ຽວກັບການພົວພັນລາວ-ຫວຽດນາມ

2021/7/16 | 10:37:00
(VOVWORLD) -ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ.
(ສື່ມວນຊົນຂອງລາວ ພ້ອມກັນລົງຫຼາຍຂ່າວ/ບົດກ່ຽວກັບສາຍພົວພັນລະຫວ່າງລາວ - ຫວຽດນາມ)

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ຄື: ໜັງສືພິມປະຊາຊົນ, ປະເທດລາວ ພ້ອມກັນລົງຫຼາຍຂ່າວ/ບົດກ່ຽວກັບສາຍພົວພັນລະຫວ່າງລາວ - ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2021).

        ໃນໜ້າຫຼັກໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 16 ກໍລະກົດ, ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ການພົວພັນທາງການທູດລາວ-ຫວຽດນາມ ນັບມື້ນັບພັດທະນາ”. ບົດຂຽນໄດ້ຢືນຢັນວ່າ, ເຖິງວ່າສະພາບໂລກລະບາດໂຄວິດ-19 ພວມມີການຜັນແປໄປຢ່າງສັບສົນກໍ່ຕາມ, ແຕ່ ລາວ ແລະ ຫວຽດນາມ ຍັງສືບຕໍ່ເພີ່ມທະວີສາຍພົວພັນນັບທັງລວງກວ້າງ ແລະ ລວງເລິກ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ - ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຂອງການນຳພັກ, ລັດ ລາວ ຫວ່າງມໍ່ໆມານີ້.

        ສ່ວນໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານລາວ, ສະບັບອອກວັນທີ 16 ກໍລະກົດ ກໍ່ໄດ້ລົງບົດຂຽນຢູ່ໜ້າຫຼັກທີ່ມີຫົວຂໍ້ວ່າ “ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຍື່ນຍົງຕະຫຼອດໄປ”. ບົດຂຽນໃຫ້ຮູ້ວ່າ, ພາຍຫຼັງທີ່ ລາວ ແລະ ຫວຽດນາມ ໄດ້ປົດປ່ອຍຢ່າງສົມບູນ, 2 ຝ່າຍໄດ້ຊຸກຍູ້ການພົວພັນຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນສູງ. ປະຈຸບັນ, ສາຍພົວພັນນີ້ໄດ້ກາຍເປັນມໍລະດົກອັນລຳຄ່າຂອງທັງ 2 ຊາດ, ແມ່ນກົດເກນຂອງການພັດທະນາລະຫວ່າງ 2 ຊາດ, ແມ່ນໜຶ່ງໃນບັນດາປັດໃຈຕັດສິນເຖິງໄຊຊະນະໃນພາລະກິດປະຕິວັດລາວ ແລະ ຫວຽດນາມ. ບົດຂຽນຢືນຢັນວ່າ, ເລື່ອງ 2 ປະເທດລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໄດ້ກາຍເປັນເຫດການມີຄວາມໝາຍສຳຄັນຍິ່ງທາງດ້ານປະຫວັດສາດ, ສາຍພົວພັນດັ່ງກ່າວໄດ້ກາຍເປັນກົດເກນເປັນຕາຍ ແລະ ການພັດທະນາຂອງ 2 ປະເທດ, ແມ່ນສາຍພົວພັນທີ່ຫາຍາກໃນການພົວພັນສາກົນ ແລະ ໃນໂລກ.

TAG
VOV/VOVworld/ເພີ່ມ​ພູ​ນ​ຄູນ​ສ້າງ/​ສາຍ​ພົວ​ພັນມິດ​ຕະ​ພາບ/ການ​ຮ່ວມ​ມື​ຮອບ​ດ້ານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ