logo

ສື່​ມວນ​ຊົນ ລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

2022/5/17 | 11:11:05
(VOVWORLD) -ເນື່ອງໃນການຢ້ຽມຢາມມິດຕະພາບ ສປປ.ລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ວັນທີ 17 ພຶດສະພາ, ໜັງສືພິມ, ວິທະຍຸກະຈ່າຍສຽງ - ໂທລະພາບ ແລະ ໜັງສືພິມເອເລກໂຕນິກ ຂອງ ລາວ ສືບຕໍ່ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ.

ສື່ມວນຊົນ ລາວ ສືບຕໍ່ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມມິດຕະພາບຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ

ໃນລາຍການຂ່າວສະຖານະການອອກອາກາດໃນຕອນເຊົ້າວັນທີ 17 ພຶດສະພາ, ວິທະຍຸກະຈາຍສຽງແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ ລາວ ໄດ້ໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ກໍ່ຄືບັນດາເຫດການທີ່ກ່ຽວຂ້ອງ, ຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.

ໜັງສືພິມປະຊາຊົນລາວ, ກອງທັບປະຊາຊົນລາວ, ປ້ອງກັນຄວາມສະຫງົບ, ປະເທດ ລາວ ລ້ວນແຕ່ລົງພິມຂ່າວໃນໜ້າທຳອິດກ່ຽວກັບການເຄື່ອນໄຫວພົບປະເຈລະຈາ ແລະ ບັນດາໝາກຜົນທີ່ບັນລຸໄດ້ລະຫວ່າງສະພາແຫ່ງຊາດສອງປະເທດ. ບັນດາບົດຂຽນລ້ວນແຕ່ຢັ້ງຢືນວ່າ ການຢ້ຽມຢາມໄດ້ດຳເນີນໃນສະພາບການສອງປະເທດ ຜັນຂະຫຍາຍຫຼາຍການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022, ແມ່ນໂອກາດເພື່ອປັບປຸງສາຍພົວພັນບໍ່ພຽງແຕ່ກ່ຽວກັບຂົງເຂດນິຕິບັນຍັດເທົ່ານັ້ນ, ຫາກຍັງເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມທັງສຶກສາອົບຮົມມູນເຊື້ອໃຫ້ແກ່ຄົນລຸ້ນໜຸ່ມ ຈົ່ງຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ສອງປະເທດຢ່າງບໍ່ຢຸດຢັ້ງ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ