logo

ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

2022/5/16 | 10:27:00
(VOVWORLD) -    ຕອນເຊົ້າວັນທີ 16 ພຶດສະພາ, ໃນໜ້າທໍາອິດຂອງບັນດາໜັງສືພິມໃຫຍ່, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ລາວ ໄດ້ລົງຂ່າວຢ່າງຕໍ່ເນື່ອງ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍຄືເຫດການທີ່ກ່ຽວຂ້ອງ.
 ສື່ມວນຊົນ ລາວ ອອກຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ແຫ່ງ ສປປ.ລາວ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ (ພາບ:ນັກຂ່າວ VOV ປະຈຳ ລາວ)

ໜັງສືພິມ ປະຊາຊົນ, ກອງທັບປະຊາຊົນ, ໜັງສືພິມປ້ອງກັນຄວາມສະຫງົບ ລ້ວນແຕ່ລົງຂ່າວກ່ຽວກັບການເຄື່ອນໄຫວເຂົ້າຮ່ວມພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ  ລາວ ໄຊສົມພອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ ໃນໜ້າທໍາອິດ.

        ໃນວັນດຽວກັນ, ໜັງສືພິມ VientianeTimes ສະບັບພາສາອັງກິດທີ່ໂດ່ງດັງທີ່ສຸດຂອງ ລາວ, ໜັງສືພິມລາຍວັນ ປະເທດລາວ, ໜັງສືພິມກອງທັບປະຊາຊົນລາວ ໄດ້ລົງບົດສຳພາດທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃນໜ້າທຳອິດ ທີ່ເວົ້າກ່ຽວກັບການເຄື່ອນໄຫວທີ່ມີຄວາມໝາຍຂອງສອງປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານ ລາວ - ຫວຽດນາມ ຄົບຮອບ 45 ປີ. ນອກຈາກນັ້ນ, ຍັງມີບົດຂຽນອື່ນໆ ໄດ້ລົງໃນໜັງສືພິມ ປະຊາຊົນ ເຊິ່ງໄດ້ວິເຄາະກ່ຽວກັບການຮ່ວມມືລະຫວ່າງ ລາວ ແລະ ຫວຽດນາມ ໃນປາງສົງຄາມຕໍ່ສູ້ປົດປ່ອຍຊາດ.

ນັກຂ່າວ VOV ປະຈຳ ລາວ.

TAG
VOV/VOVworld/ສື່ມວນ​ຊົນລາວ/ໜັງສືພິມ VientianeTimes

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ