logo

ສື່ມວນ​ຊົນ​ສາ​ກົນ ຍົກໃຫ້ເຫັນຖາ​ນະ​ບົດ​ບາດຂອງ ຫວຽດ​ນາມ ແລະ ບົດ​ບາດ​ຂອງ​ສົນ​ທິ​ສັນ​ຍາ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ​ທົ່ວ​ໂລກ

2025/10/28 | 09:33:20
(VOVWORLD) -  ສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ແມ່ນເອກະສານທຳອິດຂອງປະເພດນີ້ທີ່ໄດ້ຕັ້ງຊື່ນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງເອກະສານ, ພ້ອມທັງແມ່ນການຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນບັນຫາສາກົນໃຫຍ່.

  ຕາມໜັງສືພິມ Geopolitical Monitor (ການາດາ) ແລະ Channelnewsasia (ສິງກະໂປ) ແລ້ວ, ເລື່ອງສະຫະປະຊາຊາດເລືອກ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງພິທີລົງນາມສົນທິສັນຍາ ປສຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ແມ່ນບາດກ້າວສຳຄັນກ່ຽວກັບການຕ່າງປະເທດ ເມື່ອ ຫວຽດນາມ ເປັນເຈົ້າພາບຈັດເຫດການນີ້ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ຖານະບົດບາດຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນເວທີສາກົນ. ນອກຈາກນັ້ນ, ເຫດການດັ່ງກ່າວ ກໍສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການເຂົ້າຮ່ວມສ້າງບັນດາຫຼັກເກນບໍລິຫານດີຈີຕອນທົ່ວໂລກ. ເລື່ອງເພີ່ມທະວີການຮ່ວມມືສາກົນຜ່ານສົນທິສັນຍາ ຮ່າໂນ້ຍ ຈະປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປົກປ້ອງ ແລະ ປັບປຸງພື້ນຖານເສດຖະກິດດີຈີຕອນທີ່ພວມພັດທະນາຢ່າງແຮງ.

ຕາມວິທະຍຸ Sputnik (ລັດເຊຍ), ສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ແມ່ນເອກະສານທຳອິດຂອງປະເພດນີ້ທີ່ໄດ້ຕັ້ງຊື່ນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງເອກະສານ, ພ້ອມທັງແມ່ນການຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນບັນຫາສາກົນໃຫຍ່. ໄປຄຽງຄູ່ກັນນັ້ນ, ບັນດານັກຊ່ຽວຊານຕ່າງປະເທດກໍຕີລາຄາຢ່າງຕັ້ງໜ້າຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານຮັບປະກັນຄວາມໝັ້ນຄົງທາງໄຊເບີຢູ່ພາຍໃນປະເທດ.


 

TAG
VOV/VOVworld/ສື່ມວນ​ຊົນ​ສາ​ກົນ/ພິ​ທີ​​ລົງ​ນາມ​ສົນ​ທິ​ສັນ​ຍາ ປ​ສ​ຊ/ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ