logo

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

2025/11/11 | 08:49:37
(VOVWORLD) - ໃນຊຸມວັນຜ່ານມາ, ບັນດາສຳນັກຂ່າວສານສາກົນໄດ້ຕີລາຄາສູງຕໍ່ທ່າຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ, ເມື່ອລະດັບເຕີບໂຕໃນໄຕມາດທີ III ບັນລຸ 8,22%, ເຊິ່ງເປັນລະດັບສູງສຸດໃນກວ່າ 1 ທົດສະວັດຜ່ານມາ. 
(ພາບປະກອບ: VOV)

ໝາກຜົນດັ່ງກ່າວໄດ້ລື່ນກາຍຄວາມຫວັງ, ສອດຄ່ອງກັບເປົ້າໝາຍເຊິ່ງລັດຖະບານໄດ້ວາງອອກ ແລະ ສູງກວ່າການຄາດຄະເນຂອງບັນດາອົງການຈັດຕັ້ງການເງິນສາກົນ. ຂໍ້ມູນເສດຖະກິດທີ່ຕັ້ງໜ້ານັ້ນ ໄດ້ປະກອບສ່ວນຍົກສູງອັນດັບຂອງຕະຫຼາດຫຼັກຊັບ ຫວຽດນາມ, ສ່ອງແສງຄວາມເຊື່ອໝັ້ນຂອງນັກລົງທຶນເຂົ້າພື້ນຖານເສດຖະກິດຂອງປະເທດຊາດ. ຫວ່າງມໍ່ໆມານີ້, FTSE Russell ໄດ້ຈັດຕະຫຼາດ ຫວຽດນາມ ເຂົ້າອັນດັບດຽວກັນກັບບັນດາຕະຫຼາດໃຫຍ່ກວ່າຄື: ຈີນ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ.

ສື່ມວນຊົນສາກົນຖືວ່າ ລະດັບການເຕີບໂຕໃນໄຕມາດ III ໄດ້ສ່ອງແສງຄວາມສາມາດຟື້ນຟູການສົ່ງອອກແຮງກວ່າການຄາດຄະເນຂອງ ຫວຽດນາມ. ມີກຳລັງໜູນເຕີບໂຕຢ່າງແຮງຄືແນວນັ້ນແມ່ນຍ້ອນມີການປະສານສົມທົບຂອງຫຼາຍປັດໄຈ, ລວມທັງການເພີ່ມທະວີການລົງທຶນຈາກຕ່າງປະເທດ, ການຟື້ນຟູຂອງການທ່ອງທ່ຽວ ແລະ ການບໍລິໂພກຢູ່ພາຍໃນປະເທດເພີ່ມຂຶ້ນຢ່າງແຮງ. ສະມັດຕະພາບການຜະລິດ ແລະ ການສົ່ງອອກ ໄດ້ຊ່ວຍໃຫ້ ຫວຽດນາມ ຜ່ານຜ່າການຜັນແປຂອງເງິນຕາ ແລະ ຄວາມຂາດສະຖຽນລະພາບໃນທົ່ວໂລກ.

ອົງການຈັດຕັ້ງ Citi Research ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະບັນລຸລະດັບຕ່ຳກວ່າ 8% ໃນປີ 2025, ສູງກວ່າເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.


 

TAG
VOV/VOVworld/ລະ​ດັບ​ການ​ເຕີບ​ໂຕ​/ຕະຫຼາດ​ຫຼັກ​ຊັບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ