logo

ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຄວາມສາມາດເຕີບໂຕຂອງເສດຖະກິດ ຫວຽດນາມ

2025/10/8 | 09:40:40
(VOVWORLD) - ເສດຖະກິດ ຫວຽດນາມ ນຳໜ້າທ່າອ່ຽງເຕີບໂຕຢູ່ພາກພື້ນ ອາຊີ. ຜົນສຳເລັດຂອງ ຫວຽດນາມ ຊີ້ໃຫ້ເຫັນແຈ້ງຜົນປະໂຫຍດຂອງການພົວພັນແໜ້ນແຟ້ນລະຫວ່າງນະໂຍບາຍ ແລະ ການເຄື່ອນໄຫວດ້ານການຄ້າ.

        ວັນທີ 06 ຕຸລາ, ບັນດາເວັບໄຊ ແລະ ສຳນັກຂ່າວສານ, ຄື: channelnewsasia.com (ສິງກະໂປ), uz.kursiv.media (ອຸເບກິດສະຖານ) ແລະ ສຳນັກຂ່າວສານຝ່າຍຕາເວັນຕົກຈຳນວນໜຶ່ງໄດ້ຕີລາຄາ, ອີງໃສ່ຕົວເລກເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງ ຫວຽດນາມ ພວມຟື້ນຟູດີພໍສົມຄວນ, ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບຈາກບັນດາມາດຕະການພາສີອາກອນຫວ່າງມໍ່ໆມານີ້ຂອງອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Donald Trump. ແຜນການນີ້ໄດ້ລືນກາຍຄາດຫວັງ, ສອດຄ່ອງກັບເປົ້າໝາຍຂອງລັດຖະບານແມ່ນສູ້ຊົນບັນລຸລະດັບເຕີບໂຕແຕ່ 8,2 – 8,5% ໃນປີນີ້ ແລະ ສູງກວ່າການຄາດຄະເນຂອງບັນດາອົງການການເງິນສາກົນ, ຄື: ທະນາຄານໂລກ (WB ຄາດຄະເນເພີ່ມຂຶ້ນ 6,6%) ແລະ ກອງທຶນເງິນຕາສາກົນ (IMF, ຄາດຄະເນເພີ່ມຂຶ້ນ 6,5%).

        ເວັບໄຊ finimize.com (ອັງກິດ) ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ນຳໜ້າທ່າອ່ຽງເຕີບໂຕຢູ່ພາກພື້ນ ອາຊີ. ຜົນສຳເລັດຂອງ ຫວຽດນາມ ຊີ້ໃຫ້ເຫັນແຈ້ງຜົນປະໂຫຍດຂອງການພົວພັນແໜ້ນແຟ້ນລະຫວ່າງນະໂຍບາຍ ແລະ ການເຄື່ອນໄຫວດ້ານການຄ້າ.

TAG
VOV/VOVworld/ມາດ​ຕະ​ການ/​ພາ​ສີ/​ອາ​ກອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ