logo

ສື່ມວນ​ຊົນ​ສາ​ກົນ​ສືບ​ຕໍ່​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສະ​ໄໝ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

2026/1/23 | 08:22:49
(VOVWORLD) - ໃນບົດຂຽນທີ່ໄດ້ເອົາລົງໃນວັນທີ 22 ມັງກອນ, ສຳນັກຂ່າວສານ Reuters ໄດ້ເຕື້ອງເຖິງການຕົກລົງຫຼຸດເວລາດຳເນີນຂອງກອງປະຊຸມລົງ, ຖືວ່າສິ່ງນີ້ສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບສູງຂອງບັນດາຜູ້ແທນກ່ຽວກັບບັນດາເນື້ອໃນທີ່ໄດ້ຍົກອອກມາຢູ່ກອງປະຊຸມໃຫຍ່.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ຮ່າໂນ້ຍແມ່ນຫົວຂໍ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງຂອງສື່ມວນຊົນສາກົນ ຄື: AP, AFP, Reuters, New York Times, ຊິນຮວາ, People’s daily… ດ້ວຍບັນດາການຕີລາຄາທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າ. ດ້ວຍຄວາມສົນໃຈຢ່າງເລິກເຊິ່ງກວ້າງຂວາງ ແລະ ສ່ອງແສງເປັນຈຳນວນຫຼາຍກ່ຽວກັບກອງປະຊຸມໃຫຍ່, ສື່ມວນຊົນ ສາກນ ຖືນີ້ແມ່ນເຫດການການເມືອງສຳຄັນຍິງ, ຢັ້ງຢືນຖານະບົດບາດ, ຜົນສຳເລັດ ແລະ ການກຳນົດທິດການພັດທະນາຂອງ ຫວຽດນາມ ໃນສະພາບການພາກພື້ນ ແລະ ທົ່ວໂລກມີການຜັນແປສັບສົນຫຼາຍຢ່າງ.

ໃນບົດຂຽນທີ່ໄດ້ເອົາລົງໃນວັນທີ 22 ມັງກອນ, ສຳນັກຂ່າວສານ Reuters ໄດ້ເຕື້ອງເຖິງການຕົກລົງຫຼຸດເວລາດຳເນີນຂອງກອງປະຊຸມລົງ, ຖືວ່າສິ່ງນີ້ສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບສູງຂອງບັນດາຜູ້ແທນກ່ຽວກັບບັນດາເນື້ອໃນທີ່ໄດ້ຍົກອອກມາຢູ່ກອງປະຊຸມໃຫຍ່.

ບັນດາສຳນັກຂ່າວສານໃຫຍ່ຂອງຈີນຄື: ຊິນຮວາ, People’s daily, CCTV… ໄດ້ລົງບົດຂຽນຕີລາຄາສູງເນື້ອໃນເອກະສານຂອງກອງປະຊຸມໃຫຍ່ທີ່ໄດ້ຮັບການຮຽບຮຽງເປັນເອກະພາບ, ລະອຽດ ແລະ ກຳນົດຄວາມຮັບຜິດຊອບໃນການປະຕິບັດບັນດາໜ້າທີ່ຈຸດສຸມຢ່າງຈະແຈ້ງ.

ສື່ມວນຊົນຂອງບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ອາຊຽນ ຄື: ສິງກະໂປ ແລະ ມາເລເຊຍ ໄດ້ສຸມໃສ່ຍ້ອງຍໍສັນລະເສີນບັນດາເປົ້າໝາຍການເຕີບໂຕທາງດ້ານເສດຖະກິດສູງ, ໃຫ້ຄຳໝັ້ນສັນຍາປະຕິຮູບການບໍລິຫານ, ຊຸກຍູ້ເຕັກໂນໂລຢີ ແລະ ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ - ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ແງ່ຫວັງພັດທະນາແບບຍືນຍົງພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ.

ໃນຂະນະນັ້ນ, ບັນດາສື່ມວນຊົນ ເອຢິບ ແລະ ລັດເຊຍ ກໍ່ໄດ້ຕີລາຄາສູງເລື່ອງພັກ ກອມມູນິດ ຫວຽດນາມ ບົກສູງຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຮັບຮູ້ຄວາມຕັດສິນໃຈຮັກສາການເຕີບໂຕສູງ, ພັດທະນາເສດຖະກິດອີງຕາມການນະວັດຕະກຳ ແລະ ຫັນປ່ຽນໄປຍັງພື້ນຖານເສດຖະກິດດີຈີຕອນ - ສິ່ງນີ້ສະແດງໃຫ້ເຫັນຈິດໃຈການກະທຳທີ່ຂ້ຽວຂາດ ແລະ ຍຸດທະສາດຍາວນານຂອງ ຫວຽດນາມ.

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່​ສະ​ໄໝ​ທີ XIV/​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ