logo

ສື່ມວນຊົນ ອານເຊຣີ ຕີລາຄາຂີດໝາຍປະຫວັດສາດ ຢັ້ງຢືນບົດບາດຂອງ ຫວຽດນາມ ໃນການຮັກສາຄວາມໝັ້ນຄົງທາງໄຊເບີ ທົ່ວໂລກ

2025/10/21 | 09:37:10
(VOVWORLD) - ການເລືອກເອົາ ຮ່າໂນ້ຍ ເປັນບ່ອນລົງນາມກໍ່ມີຄວາມໝາຍເປັນສັນຍາອັນເລິກເຊິ່ງ: ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຂອງການສົນທະນາປືກສາຫາລືສາກົນແຫ່ງໃໝ່, ແຫ່ງທີ່ບັນດາປະເທດພ້ອມກັນສ້າງຄວາມເຊື່ອໝັ້ນດີຈີຕອນ.
ບົດຂຽນໄດ້ເອົາລົງໃນໜັງສືພິມລາຍວັນ Cresus ລົງພິມໃນວັນທີ 19 ຕຸລາ (ພາບ: TTXVN)

ສື່ມວນຊົນ ອານເຊຣີ ໃຫ້ຂໍ້ສັງເກດວ່າ ນະຄອນຫຼວງຂອງ ຫວຽດນາມ ຈະກາຍເປັນໃຈກາງແຫ່ງການພົວພັນຕ່າງປະເທດທົ່ວໂລກ ເມື່ອເປັນບ່ອນຈັດພິທີລົງນາມສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ໃນ 2 ວັນຄື ວັນທີ 25 - 26 ຕຸລາ. ໜັງສືພິມລາຍວັນ Cresus ລົງພິມໃນວັນທີ 19 ຕຸລາ ມີບົດຂຽນທີ່ມີຫົວຂໍ້ວ່າ “ຈາກ ຮ່າໂນ້ຍ ໄປເຖິງ ອານເຊຣີ: ເມື່ອໄຊເບີ ໄດ້ຮັບການປົກປ້ອງຈາກການທູດ”, ໃນນັ້ນໄດ້ເວົ້າແຈ້ງວ່າ ອານເຊຣີ ແລະ ຫວຽດນາມ ແມ່ນສອງປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຮຽບຮຽງສົນທິສັນຍາ; ເນັ້ນໜັກສົນທິສັນຍາ ຮ່າໂນ້ຍ ບໍ່ພຽງແຕ່ເປັນເຄື່ອງມືທາງດ້ານກົດໝາຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດວັດທະນະທໍາມະນຸດ ກ່ຽບກັບອະນາຄົດດີຈີຕອນ, ຖືສິດຂອງມະນຸດ ແລະ ສິດສ່ວນຕົວເປັນໃຈກາງ. ເມື່ອຄັດສະເໜີຄຳເວົ້າຂອງ ທ່ານ ນາງ Ghada Waly, ອຳນວຍການຝ່າຍບໍລິຫານ ອົງການຕ້ານຢາເສີບຕິດ ແລະ ອາດຊະຍາກຳຂອງ ສະຫະປະຊາຊາດ (UNODC), ໜັງສືພິມ Cresus ໄດ້ຊີ້ແຈ້ງວ່ານີ້ແມ່ນ “ຂີດໝາຍປະຫວັດສາດເປີດຊ່ອງທາງໃຫ້ແກ່ການຮ່ວມມືທົ່ວໂລດ ທີ່ຍັງບໍ່ທັນມີມາກ່ອນ”.

ໜັງສືພິມ Cresus ຖືວ່າ ການເລືອກເອົາ ຮ່າໂນ້ຍ ເປັນບ່ອນລົງນາມກໍ່ມີຄວາມໝາຍເປັນສັນຍາອັນເລິກເຊິ່ງ: ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຂອງການສົນທະນາປືກສາຫາລືສາກົນແຫ່ງໃໝ່, ແຫ່ງທີ່ບັນດາປະເທດພ້ອມກັນສ້າງຄວາມເຊື່ອໝັ້ນດີຈີຕອນ. ນີ້ບໍ່ພຽງແຕ່ແມ່ນເຫດການການທູດເທົ່ານັ້ນ ຫາກຍັງເປັນຄຳຮຽກຮ້ອງທົ່ວໂລກ ກ່ຽວກັບການຮ່ວມມື. ຍ້ອນວ່າ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງໄຊເບີ ບໍ່ມີປະເທດໃດສາມາດປະຕິບັດພຽງລຳພັງຝ່າຍດ່ຽວໄດ້.

TAG
VOV/VOVworld/ສົນທິສັນຍາ ຮ່າໂນ້ຍ/ສື່ມວນຊົນ ອານເຊຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ