logo

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

2025/11/26 | 11:05:11
(VOVWORLD) - ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ.
ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ
(ພາບ: VGP)

        ຕອນເຊົ້າວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຄະນະປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ, ເປັນປະທານກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ Koto (ລູກທີ 15). ກອງປະຊຸມໄດ້ຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 6 ແຂວງ, ນະຄອນ, ລວມມີ: ດ່ານັ້ງ, ກວາງງ້າຍ, ຢາລາຍ, ດັກລັກ, ແຄ໊ງຮ່ວາ, ເລິມດົ່ງ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ. ສະນັ້ນ, ທ່ານໄດ້ຮຽກຮ້ອງວ່າ:

        “ບັນດາທ້ອງຖິ່ນເຂດພູດອຍ, ເກີດຄວາມສ່ຽງດິນເຊາະເຈືອນສູງ, ສືບຕໍ່ຮັກສາແຜນການຮັບມືກັບຄວາມສ່ຽງໄພທຳມະຊາດ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງຮຽກຮ້ອງໃຫ້ບັນດາທ້ອງຖິ່ນລາຍການການສ້າງແຜນທີ່ຄາດຈະເນເຂດຖືກນ້ຳຖ້ວມ, ດິນເຊາະເຈືອນ, ນ້ຳໄຫຼຊຸ, ທໍລະນີບໍ່ໝັ້ນຄົງ”.

        ກໍ່ທີ່ກອງປະຊຸມ, ການນຳແຂວງ ແຄ໊ງຮ່ວາ, ດັກລັກ, ຢາລາຍ, ເລິມດົ່ງ… ໃຫ້ຮູ້ວ່າ ປະຈຸບັນບັນດາແຂວງພວມສຸມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ.

TAG
VOV/VOVworld/​ຜັນ​ແປ​/​ສັບ​ສົນ/​ຄາດ​ຄະ​ເນ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ