logo

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ປົກກະຕິພາຍຫຼັງໄພນ້ຳຖ້ວມ

2025/11/24 | 12:48:17
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ພາຍຫຼັງຝົນຕົກ, ນ້ຳຖ້ວມຢູ່ທາງທິດໃຕ້ພາກກາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງ ພາຍຫຼັງຝົນຕົກ, ນ້ຳຖ້ວມຢູ່ທາງທິດໃຕ້ພາກກາງ
(ພາບປະກອບ)

        ວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງ, ຟື້ນຟູການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ພາຍຫຼັງຝົນຕົກ, ນ້ຳຖ້ວມຢູ່ທາງທິດໃຕ້ພາກກາງ. ໂທລະເລກຊີ້ແຈ້ງວ່າ, ລະດົມບັນດາກຳລັງ, ຍານພາຫະນະ, ດ້ວຍທຸກວິທີຕ້ອງເຂົ້າເຖິງບັນດາຄອບຄົວຂອງປະຊາຊົນຖືກຕັດແຍກຍ້ອນນ້ຳຖ້ວມ, ເຂດດິນເຊາະເຈືອນໃນຊຸມມືຜ່ານມາ, ເພື່ອສະໜອງທັນສາຫານຢ່າງທັນການ, ຊອກຫາຜູ້ຍັງຫາຍສາບສູນ, ປິນປົວຜູ້ຮັບບາດເຈັບ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍບັນດາຄອບຄົວຖືກເສຍຫາຍ, ຟື້ນຟູບັນດາການບໍລິຫານຈຳເປັນ ເພື່ອຮັບປະກັນບ່ອນຢູ່, ບ່ອນຮ່ຳຮຽນ, ການກວດ ແລະ ປິນປົວພະຍາດ, ຟື້ນຟູການຜະລິດດຳເນີນທຸລະກິດກ່ອນວັນທີ 30 ພະຈິກ 2025.

ໃນຂະນະນັ້ນ, ບັນດາທ້ອງຖິ່ນກໍ່ເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານພະຍາດພາຍຫຼັງນ້ຳຖ້ວມ. ທ່ານ ໄນຟີລາ, ຫົວໜ້າພະແນກສາທາລະນະສຸກແຂວງ ດັກລັກ, ໃຫ້ຮູ້ວ່າ:

“ນ້ຳລົງຮອດໃສ ວຽກງານປ້ອງກັນພະຍາດໄດ້ຮັບການຜັນຂະຫຍາຍຮອດນັ້ນ, ເຮັດອະນາໄມ, ແກ້ໄຂແຫຼ່ງນ້ຳປະປາ. ພ້ອມກັບວຽກງານປ້ອງກັນ - ຕ້ານພະຍາດ, ພວກຂ້າພະເຈົ້າໄດ້ລະດົມແຫຼ່ງກຳລັງຈາກບັນດາຕາແສງບໍ່ຖືກນ້ຳຖ້ວມມາໜູນຊ່ວຍເຂດຖືກຜົນສະທ້ອນຈາກນ້ຳຖ້ວມ. ກ່ອນທີ່ຖືກນ້ຳຖ້ວມ, ພະແນກສາທາລະນະສຸກແຂວງ ດັກລັກ ໄດ້ມີແຜນການຍົກຍ້າຍເຄື່ອງອຸປະກອນການແພດ ແລະ ຍົກຍ້າຍຄົນເຈັບໄປຍັງເຂດສູງແລ້ວ, ສະນັ້ນ, ໃນສຸມມື້ຜ່ານມາໄດ້ເປັນເຈົ້າການປະຕິບັດແຜນການດັ່ງກ່າວ”.

TAG
VOV/VOVworld/ຊອກ​ຫາ​/ຫາ​ຍ​ສາບ​ສູນ/ປ້ອງ​ກັນ/ຕ້ານ​ພະ​ຍາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ