ສິລະປິນ ໂງຮົ່ງກວາງ |
ຄ່ຳຄືນສະແດງ “ນາມຍີ” ໄດ້ເລີ່ມຂຶ້ນດ້ວຍລາຍການສະແດງ ເສບພິນຕິ້ງທີ່ມີຊື່ວ່າ ຄວາມຮັກດົນຕີຂອງສິລະປິນ ໂງຮົ່ງກວາງ. ດ້ວຍສິລະປະການເສບເຄື່ອງດົນຕີທີ່ຍອດຢ້ຽມ, ນັບແຕ່ເວລາເປີດສາກ, ໂງຮົ່ງກວາງ ໄດ້ເຮັດໃຫ້ຜູ້ຊົມທັງ ຫຼາຍຫຼົງໄຫຼເຂົ້າກັບຈັ່ງຫວະສຽງດົນຕີຂອງຕົນ. ເວລາ ກວາງສະແດງໄດ້ເຄິ່ງໜຶ່ງຂອງບົດດົນຕີ, ສິລະປິນ beatbox ຈຸງບາວ ໄດ້ປະກົດຕົວ ແລະ ໄດ້ປະສານສຽງດົນຕີຂອງຕົນກັບສຽງພິນຕິ້ງ, ລາຍການສະແດງຂອງສິລະປິນສອງຄົນນີ້, ໃນທັນທີໄດ້ດຶງດູດຜູ້ຊົມທັງຫຼາຍ. ພາກທີ່ໜຶ່ງຂອງຄ່ຳຄືນສະແດງ “ນາມຍີ” ແມ່ນຟົດຟື້ນທີ່ສຸດ ດ້ວຍບົດດົນຕີ: ຄວາມຮັກດົນຕີ; ໄປຊອກຫາ; ກັບຄືນສູ່ໂນນພູ. ພາກທີ່ສອງຂອງຄ່ຳຄືນສະແດງ, ໂງຮົ່ງກວາງ ໄດ້ເລືອກເອົາບົດດົນຕີ: ນັ່ງຂີ່ເຮືອ, ຂຶ້ນແດນສະຫວັນ, ຄືນວານນີ້, ຄິດຮອດໝູ່, ຄິດຮອດຄິດເຖິງຫຼາຍໃນ album “ນາມຍີ” ເພື່ອທຳການສະແດງຕໍ່ຜູ້ຊົມຊາວ ຮ່າໂນ້ຍ.
ໃນ album “ນາມຍີ”, ໂງຮົ່ງກວາງ ມີຄວາມເກັ່ງກ້າສາມາດ ຂະນະທີ່ຍັງຄົງຮັກສາສີສັນຂອງ ຂັບກວານເຮາະ, ຂັບສຳ, ຂັບລຳເຜົ່າມົ້ງ, ແຕ່ດ້ານອື່ນຍັງໄດ້ດັດສ້າງດົນຕີພື້ນເມືອງ ດ້ວຍວິທີຊອກຫາຊ່ອງຫວ່າງຂອງດົນຕີພື້ນເມືອງເພື່ອນຳເອົາດົນຕີ beatbox ປະສານເຂົ້ານຳກັນ. ການປະສົມປະສານລະຫວ່າງ ປະເພດດົນຕີນີ້ໄດ້ສ້າງເປັນດົນຕີປະເພດໜຶ່ງທີ່ແປກປະລາດ. ກ່ຽວກັບການປະສົມປະສານລະຫວ່າງດົນຕີ beatbox ກັບຂັບກວານເຮາະ. ໂງຮົ່ງກວາງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ຟັງຂັບກວານເຮາະມາແຕ່ນ້ອຍ. ສຳລັບຂ້າພະເຈົ້າແລ້ວ, ລະຫວ່າງຂັບກວານເຮາະ, ຂັບແຈ່ວ, ຂັບສຳ,… ຂັບກວານເຮາະແມ່ນສາມາດຂັບໄດ້ງ່າຍ ແລະ ຟັງມ່ວນ. ຂ້າພະເຈົ້າເລືອກເອົາຂັບກວານເຮາະ ເພາະວ່າຢາກນຳເອົາສິລະປະຂັບລຳໃນຍຸກປັດຈຸບັນ ປະສານເຂົ້າກັບບັນດາບົດດົນຕີທີ່ຟັງມ່ວນ ເພື່ອໃຫ້ທຸກໆຄົນໄດ້ຮັບຟັງໃນບັນຍາກາດອື່ນ”.
ສິລະປິນ ໂງຮົ່ງກວາງ ໄດ້ຮຽນຈົບພະແນກເຄື່ອງດົນຕີພື້ນເມືອງ, ສະຖາບັນດົນຕີແຫ່ງຊາດຫວຽດນາມ, ລາວສາມາດເສບເຄື່ອງດົນຕີພື້ນເມືອງໄດ້ຫຼາຍປະເພດ. ເດືອນ ມິຖຸນາ ປີ 2016 ກວາງ ໄດ້ຮັບໃບປະກາດສະນິຍະບັດ ປະລິນຍາໂທຈາກສະຖານບັນດົນຕີແຫ່ງຊາດ ໂຮນລັງ, ລົງເລິກຂະແໜງປະພັນດົນຕີຍຸກປັດຈຸບັນ. ການສຶກສາຮ່ຳຮຽນ ຢູ່ຕ່າງປະເທດໄດ້ຊ່ວຍໃຫ້ກວາງ ມີໂອກາດ ກາຍເປັນນັກສິລະປິນສາກົນ. ໂງຮົ່ງກວາງ ໄດ້ແບ່ງປັນຄວາມຫວັງ ຢາກເຮັດໃຫ້ດົນຕີພື້ນເມືອງ ມີຄວາມໃໝ່ອ່ຽມຜ່ານວິທີການສະແດງແບບທັນສະໄໝ:
“ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າກໍ່ໄດ້ຮຽນດົນຕີພື້ນເມືອງ, ແຕ່ຂ້າພະເຈົ້າບໍ່ຢາກຢຸດຢູ່ພຽງເທົ່ານັ້ນ, ຫາກຍັງຕ້ອງກ້າວເດີນໄປໄກກ່ວາອີກ ດ້ວຍການອອກໄປສຶກສາຮ່ຳຮຽນຢູ່ຕ່າງປະເທດ ເພື່ອຮຽນຮູ້ເອົາບັນສິ່ງທີ່ໃໝ່ອ່ຽມ, ບັນດາຈິນຕະນາການກ່ຽວກັບດົນຕີຍຸກປັດຈຸບັນ ແລະ ຂ້າພະເຈົ້າກໍ່ໄດ້ສະແດງຢູ່ຫຼາຍແຫ່ງໃນໂລກ. ເພາະເຮົາມີພື້ນຖານດົນຕີພື້ນເມືອງ, ຊ້ຳພັດມີຄວາມເຂົ້າໃຈກ່ຽວກັບຈິນຕະນາການດົນຕີທັນສະໄໝ, ດັ່ງນັ້ນ ໄດ້ປະສານສົມທົບດົນຕີສອງປະເພດນີ້ເຂົ້ານຳກັນ, ອັນໄດ້ສ້າງເປັນການພັດທະນາແບບທຳມະຊາດສຳລັບດົນຕີພື້ນເມືອງ”.
ໃນລາຍການສະແດງຂອງ ໂງຮົ່ງກວາງ ໃນຄ່ຳຄືນ “ນາມຍີ” ກໍ່ຄືໃນບັນດາ album ຂອງລາວ, ສຽງຂັບຮ້ອງຂອງ ໂງຮົ່ງກວາງ ກໍ່ໄດ້ຮັບຖືວ່າແມ່ນສຽງເຄື່ອງດົນຕີປະເພດໜຶ່ງ. ເມື່ອໄດ້ຮັບຊົມ ໂງຮົ່ງກວາງ ສະແດງໃນແຕ່ລະເທື່ອ, ຜູ້ຊົມທັງຫຼາຍບໍ່ມີທາງເລືອກອື່ນອີກ ນອກເໜືອຈາກການນັ່ງມິດງຽບຮັບຊົມ ແລະ ຮັບຟັງບັນດາສຽງດົນຕີທີ່ແປກປະຫຼາດ ແລະ ໄດ້ພ້ອມກັນຕົບມືຊົມເຊີຍຢ່າງບໍ່ຂາດສາຍ.



