logo

ສວນ​ອຸ​ທິ​ຍານ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO ດິນ​ແດນ ກາວ​ບັ່ງ ແມ່ນ “ຮູບ​ແບບ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ ຕາ​ໜ່າງ​ສວນ​ອຸ​ທິ​ຍານ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO”

2025/9/12 | 11:49:31
(VOVWORLD) -    ເຂົ້າຮ່ວມກອງປະຊຸມ GGN ຄັ້ງນີ້, ຜູ້ຕາງໜ້າສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ໄດ້ແບ່ງປັນບົດຮຽນປະສົບການໃນໄລຍະສ້າງສາ ແລະ ພັດທະນາ ພ້ອມທັງຮັບເອົາບັນດາຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຈາກຫຼາຍປະເທດ.
ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ແມ່ນ 1 ໃນ 5 ສວນອຸທິຍານທໍລະນີສາດໃນໂລກທີ່ໄດ້ຮັບລາງວັນ “ຮູບແບບເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ UNESCO”. (ພາບ: VOV)

ໃນຂອບເຂດກອງປະຊຸມສາກົນຄັ້ງທີ 11 ຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ ອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) (GGN) ໄດ້ດຳເນີນຢູ່ສວນອຸທິຍານທໍລະນີສາດທົ່ວໂລກ UNESCO Ktutralkura, ສ. ຈີເລ ແຕ່ວັນທີ 05 – 15 ກັນຍາ, ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ແມ່ນ 1 ໃນ 5 ສວນອຸທິຍານທໍລະນີສາດໃນໂລກທີ່ໄດ້ຮັບລາງວັນ “ຮູບແບບເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ UNESCO”.

        ເຂົ້າຮ່ວມກອງປະຊຸມ GGN ຄັ້ງນີ້, ຜູ້ຕາງໜ້າສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ໄດ້ແບ່ງປັນບົດຮຽນປະສົບການໃນໄລຍະສ້າງສາ ແລະ ພັດທະນາ ພ້ອມທັງຮັບເອົາບັນດາຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຈາກຫຼາຍປະເທດ.

        ໃນໂອກາດນີ້ ກາວບັ່ງ ກໍສ້າງເຂດວາງສະແດງວັດທະນະທຳສວນອຸທິຍານທໍລະນີຍາສາດ ເພື່ອແນະນຳກັບເພື່ອນມິດສາກົນບັນດາຄຸນຄ່າອັນພົ້ນເດັ່ນກ່ຽວກັບມໍລະດົກທໍລະນີສາດ, ວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຂອງ ກາວບັ່ງ.

        ລາງວັນຄັ້ງນີ້ ໄດ້ຢັ້ງຢືນທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງສວນອຸທິຍານທໍລະນີສາດກາວບັ່ງ ພ້ອມທັງແມ່ນກຳລັງໜູນເພື່ອໃຫ້ ກາວບັ່ງ ສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງຮູບແບບນີ້, ຕິດພັນການອະນຸລັກຮັກສາມໍລະດົກກັບການພັດທະນາເສດຖະກິດ - ສັງຄົມ.

TAG
VOV/VOVworld/ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ