logo

ສີ​ສັນ​ລະ​ດູ​ບານ​ໃໝ່ສະ​ແດງ​ອອກ​ຜ່ານ​ກີ່​ຕ່ຳ​ຫູກ​​ຂອງ​ຊາວ​ເຜົ່າ ເອ​ເດ

2025/2/8 | 02:00:00
(VOVWORLD) - ຊາວເຜົ່າ ເອເດ ຢູ່ ດັກລັກ ມີຊີວິດວັດທະນະທຳທີ່ເປັນເອກະລັກ ແລະ ອຸດົມສົມບູນ, ໄດ້ຮັບການສະແດງຜ່ານກິດຈະກຳງານບຸນ, ສະຖາປັດຕະຍາກຳ, ລວດລາຍໃນຜະລິດຕະພັນສິລະປະຫັດຖະກຳ, ເຄື່ອງໃຊ້ສອຍພາຍໃນເຮືອນ… ໜຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງສິລະປະສ້າງລວດລາຍຂອງຊາວເຜົ່າ ເອເດ ແມ່ນເຕັກນິກການສ້າງລວດລາຍໃນແຜ່ນແພ, ບັນດາຜືນຜ້າແພພື້ນເມືອງມີຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ແມ່ນຄວາມເອກອ້າງທະນົງໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ ເຕີຍງວຽນ. ໃນທ່າມກາງບັນຍາກາດຂອງລະດູບານໃໝ່ ເຊີນທ່ານຕິດຕາມບົດຂຽນ “ສີສັນລະດູບານໃໝ່ໃນກີ່ຕ່ຳຫູກແຜ່ນແພພື້ນເມືອງຂອງຊາວເຜົ່າ ເອເດ” ເພື່ອຊອກຮູ້ກ່ຽວກັບວິທີແມ່ຍິງເຜົ່າ ເອເດ ອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບຕ່ຳຫູກທີ່ເປັນມູນເຊື້ອຂອງເຜົ່າຕົນ.

ໃນຊຸມວັນຕົ້ນລະດູບານໃໝ່, ໃນຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ, ປ້າ H’Lep Nie ຢູ່ບ້ານ Buor, ຕາແສງ ຮວ່າຊວັນ, ນະຄອນ ບວນມາທວດ ພັດນັ່ງມົວເມົາໃນກີ່ຕ່ຳຫູກ. ປ້າພວມຕ່ຳລວດລາຍທີ່ແປກໃໝ່ໃສ່ຜ້າຫົ່ມ. ປ້າແບ່ງປັນວ່າ:

“ຊາວ ເອເດ ມີຫຼາຍລວດລາຍທີ່ແຕກຕ່າງກັນ ແຕ່ດຽວນີ້ ຂ້າພະເຈົ້າພວມຊອກຮຽນຮູ້ບັນດາລວດລາຍໃໝ່ຕື່ມອີກ, ເຖິງວ່າ ເຮົາມີອາຍຸສູງແລ້ວ ແຕ່ກໍຍັງຢາກຮູ້ຕື່ມໃຫ້ຫຼາຍກວ່າອີກ, ສະນັ້ນ ຂ້າພະເຈົ້າຍັງຄົງຈົດທະບຽນເຂົ້າຮ່ວມຊຸດຮຽນຕ່ຳຫູກ”.

ປ້າ H Bion  Buon Krong ແນະນຳການຕ່ຳແຜ່ນແພພື້ນເມືອງ (ພາບ:  H’Xíu/VOV)

ປ້າ H’Lep Niê ແມ່ນໜຶ່ງໃນບັນດາສະມາຊິກຂອງຫ້ອງຮຽນຕ່ຳຫູກ ໂດຍປ້າ H Bion  Buon Krong ຢູ່ບ້ານ  CưDlue, ຕາແສງ ຮວ່າຊວັນ ເປັນຜູ້ແນະນຳ. ເຖິງວ່າອາຍຸ 60 ປີປາຍແລ້ວກໍຕາມ, ແຕ່ປ້າ H’Bion ໄດ້ຜູກພັນກັບອາຊີບຕ່ຳແຜ່ນແພເກືອບ 50 ປີແລ້ວ ແລະ ຍາມໃດກໍປາດຖະໜາຢາກຖ່າຍອດປະສົບການຂອງຕົນໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພື່ອພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອນີ້.

“ຂ້າພະເຈົ້າຫວັງວ່າ ຍາມໃດກໍຈະມີສຸຂະພາບເຂັ້ມແຂງ ເພື່ອຖ່າຍອດໃຫ້ບັນດາເອື້ອຍນ້ອງແມ່ຍິງ, ລູກຫຼານກ່ຽວກັບວິທີຕ່ຳຫູກ, ວີທີຈັດເສັ້ນໄໝ, ວິທີຕັດຫຍິບ, ວິທີຕ່ຳລວດລາຍ, ບໍ່ວ່າຈະເປັນລວດລາຍທີ່ລຽບງ່າຍ ຕະຫຼອດຮອດລວດລາຍສັບສົນ. ຂ້າພະເຈົ້າກໍມີຄວາມປາດຖະໜາວ່າ ເຮັດແນວໃດໃຫ້ລູກຫຼານມີຄວາມຫ້າວຫັນ ແລະ ມີຄວາມປາດຖະໜາຢາກຮຽນຕ່ຳຫູກເພື່ອອະນຸລັກຮັກສາ”.

ຊຸດຮຽນວິຊາຊີບ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງສະໂມສອນຕ່ຳຫູກແຜ່ນແພພື້ນເມືອງຂອງຊາວເຜົ່າ ເອເດ ບ້ານ Drai Hling, ຕາແສງ ຮວ່າຊວັນ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ເດືອນກັນຍາ 2023, ສະໂມສອນໄດ້ເຕົ້າໂຮມເອື້ອຍນ້ອງແມ່ຍິງເກືອບ 30 ຄົນທີ່ມີຄວາມຮັກມັກ, ຢາກຮຽນ ແລະ ເສີມຂະຫຍາຍອາຊີບຕ່ຳແຜ່ນແພພື້ນເມືອງ. ເອື້ອຍ H Nga Bya, ປະທານສະໂມສອນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຂົນຂວາຍເອື້ອຍນ້ອງແມ່ຍິງເຕົ້າໂຮມກັນພ້ອມກັນຜະລິດບັນດາຜະລິດຕະພັນແຜ່ນແພພື້ນເມືອງຄື ກະໂປງ, ກະເປົາຫີ້ວ, ຜ້າກະຕ່ຽວ, ຜ້າຫົ່ມ ຕາມມູນເຊື້ອ ເພື່ອບໍ່ໃຫ້ລືມ, ບໍ່ປະໃຫ້ອາຊີບທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍຖືກສູນຫາຍໄປ”.

ແມ່ຍິງໃນບ້ານຫ້າວຫັນເຂົ້າຮ່ວມສະໂມສອນຕ່ຳແຜ່ນແພພື້ນເມືອງ (ພາບ: H’Xíu/VOV)

ນັບແຕ່ເມື່ອສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນ, ສີສັນແຜ່ນແພພື້ນເມືອງ ແລະ ສຽງຈາກກີ່ຕ່ຳຫູກກໍໄດ້ປະກົດຂຶ້ນຢູ່ເຮືອນຍາວຫຼັງຕ່າງໆຢູ່ໃນທ່ົວໝູ່ບ້ານພໍ່ແມ່ຊາວເຜົ່າ ເອເດ ຢູ່ບວນມາທວດ. ສະໂມສອນດັ່ງກ່າວ ໄດ້ສ້າງກຳລັງໜູນເພື່ອໃຫ້ແມ່ຍິງຊາວເຜົ່າ ເອເດ ມີຄວາມຮັກມັກອາຊີບຕ່ຳແຜ່ນແພ ແລະ ເຫັນແຈ້ງຄວາມຮັບຜິດຊອບຂອງຕົນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບພື້ນເມືອງຂອງລຸ້ນພໍ່ລຸ້ນອ້າຍ.

ຕາມທ່ານຕື່ວັນເຫີ້ຍ, ປະທານຄະນະກຳມະການປະຊາຊົນ ຕາແສງ ຮວ່າຊວັນ, ນະຄອນ ບວນມາທວດແລ້ວ, ສະໂມສອນຕ່ຳແຜ່ນແພພື້ນເມືອງ ປະຕິບັດຕາມແຜນການຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວດັກລັກ ກ່ຽວກັບໂຄງການ “ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາຊາວເຜົ່າສ່ວນໜ້ອຍ ຕິດພັນກັບການພັດທະນາການທ່ອງທ່ຽວ”, ຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໄລຍະ 2021 – 2030. ການກຳນົດທິດພັດທະນາຂອງທ້ອງຖິ່ນໃນໄລຍະຈະມາເຖິງແມ່ນຕິດພັນກັບວັດທະນະທຳບັນດາເຜົ່າ, ໃນນັ້ນ ມີອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ເອເດ ກັບການທ່ອງທ່ຽວຊຸມຊົນ.

“ການສ້າງສະໂມສອນຕ່ຳແຜ່ນແພພື້ນເມືອງເພື່ອເສີມຂະຫຍາຍຄຸນຄ່າອັນເປັນມູນເຊື້ອ ແລະ ມຸ່ງວິໄສທັດໄປເຖິງເປົ້າໝາຍໄລຍະຍາວ ແມ່ນຈະພ້ອມກັບການທ່ອງທ່ຽວຊຸມຊົນເພື່ອໂຄສະນາບັນດາຜະລິດຕະພັນ, ບັນດາຈຸດຄວາມງາມທີ່ເປັນມູນເຊື້ອຂອງວັດທະນະທຳເຜົ່າ ເອເດ ຢູ່ຕາແສງຮວ່າຊວັນ, ປະກອບສ່ວນພ້ອມກັບພໍ່ແມ່ພີນ້ອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ, ນະຄອນ ໂຄສະນາຈຸດຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າຕົນອະນຸລັກຮັກສາ, ຖ່າຍທອດໃຫ້ຄົນລຸ້ນຫຼັງ”.

        ໃນບັນຍາກາດອັນເບີກບານມ່ວນຊື່ນຂອງລະດູບານໃໝ່, ສຽງກີ່ຕ່ຳຫູກທີ່ດັງຂຶ້ນເປັນຈັງຫວະ, ບັນດາສີມືອັນຄ່ອງແຄ້ວ ພວມສ້າງສີສັນແຫ່ງຄວາມຫວັງຂອງລະດູບານໃໝ່ໃສ່ໃນແຜ່ນແພພື້ນເມືອງຂອງຊາວເຜົ່າ ເອເດ./.

TAG
VOV/VOVworld/ແຜ່ນແພພື້ນເມືອງ/ຕ່ຳ​ຫູກ/ສິ​ລະ​ປະ​ຫັດ​ຖະ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ