logo

“ປິວ​ສະ​ບັດ ຫວຽດ​ນາມ”: ມອບ​ທຸງ​ຊາດ, ຝາກ​​ຄວາມ​ຮັກ​ຊາດຢ່ຽງ​ເຕັມ​ປ່ຽມ

2026/3/28 | 02:00:00
(VOVWORLD) - ການເອົາທຸງຊາດໄປສູ່ຫຼາຍເຂດພາກມອບໃຫ້ປະຊາຊົນເຂດຊາຍແດນ ຫຼື ປ່ຽນທຸງຜືນໃໝ່ໃຫ້ແກ່ຊາວປະມົງຢູ່ເຂດທະເລໝູ່ເກາະນັ້ນແມ່ນວຽກງານຂອງບັນດາເພື່ອນໜຸ່ມໃນໂຄງການ “ປິວສະບັດ ຫວຽດນາມ”. ທຸງຊາແຕ່ລະຜືນທີ່ໄດ້ມອບນັ້ນ ລ້ວນແຕ່ບັນຈຸສານແຫ່ງການເຊື່ອມຕໍ່ບັນດາຫົວໃຈທີ່ມີຄວາມຮັກອັນດຽວກັນ ນັ້ນຄື ນ້ຳໃຈຮັກຊາດ.
ບັນດາຜູ້ກໍ່ຕັ້ງໂຄງການ “ປິວສະບັດ ຫວຽດນາມ” (ພາບ: daibieunhandan.vn) 

ໃກ້ຈະຮອດ 7 ໂມງແລງ, ສຽງເອີ້ນອັນຊັດແຈ້ງຂອງນາຍບ້ານຍັງຄົງດັງຂຶ້ນເລັ່ງໃຫ້ແຕ່ລະຄອບຄົວໄປຮັບເອົາທຸງຊາດ. ຫຼາຍຄົນກຳລັງກຽມພາເຂົ້າແລງ ຍັງບໍ່ທັນເຂົ້າໃຈວ່າມີເລື່ອງຫຍັງເກີດຂຶ້ນ ແຕ່ຫຼັງຈາກນັ້ນ ຕ່າງກໍມີຄວາມດີໃຈເມື່ອໄດ້ຮັບຂອງຂວັນທີ່ມີຄວາມໝາຍນີ້ແບບບໍ່ຄາດຄິດນີ້ຈາກບັນດາສະມາຊິກໃນໂຄງການ “ປິວສະບັດ ຫວຽດນາມ”. ໝູ່ບ້ານ ເຮີມົງ ປາວີແມ່ນສະຖານທີ່ສຸດທ້າຍໃນວິວັດການນຳເອົາທຸງຊາດໄປເຖິງ ແມ່ວວາກ, ຕາແສງ ຊາຍແດນເຂດພູພຽງຫີນແຂວງ ຕວຽນກວາງ. ມີຫຼາຍຄອບຄົວ ພາຍຫຼັງໄດ້ຮັບທຸງແລ້ວ ກໍຂ້ຽວເອົາຜືນເກົ່າລົງເພື່ອແຂວນຜືນໃໝ່ໃນທັນທີ, ບາງຄອບຄົວທີ່ກ່ອນໜ້ານັ້ນຍັງບໍ່ທັນມີທຸງ, ເຂົາເຈົ້າກໍເກັບທຸງໄວ້ດ້ວຍຄວາມດີໃຈເພື່ອຖ້າຕອນເຊົ້າມື້ຕໍ່ມາຈະຈັດແຈງບ່ອນແຂວນທຸງ. ມື້ໜຶ່ງຂອງໝູ່ບ້ານແຫ່ງນີ້ທີ່ແຂກມາທ່ຽວບໍ່ຫຼາຍ ພັດມີຄວາມຄຶກຄັກຂຶ້ນ ຍ້ອນນ້ຳໃຈອັນອົບອຸ່ນ ເຊິ່ງບັນດາເພື່ອນໜຸ່ມຈາກ ຮ່າໂນ້ຍ ໄດ້ນຳມາໃຫ້. ອ້າຍ ເຈິ່ນລິງເຊີນ, ຢູ່ບ້ານ ເຮີມົງ ປາວີ, ໃຫ້ຮູ້ວ່າ:

“ຜ່ານໂຄງການ “ປິວສະບັດ ຫວຽດນາມ”, ຂ້າພະເຈົ້າເຫັນວ່າ ບັນດາເພື່ອນໜຸ່ມນັ້ນ ມີແນວຄິດທີ່ດີ ແລະ ມີຄວາມໝາຍວັດທະນະທຳມະນຸດທີ່ສຸດ. ສຳລັບບັນດາໝູ່ບ້ານເຂດພູສູງ, ເຮົາກໍແນະນຳໃຫ້ເຂົາເຈົ້າ ຄວນເຂົ້າໄປມອບຢູ່ບັນດາໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ. ເຮັດຄືແນວນັ້ນຈະມີຄວາໝາຍກວ່າ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນຍົກສູງນ້ຳໃຈ ກໍຄືປະສິດທິຜົນຂອງການໂຄສະນາ ແລະ ຄວາມຮັກບ້ານເກີດເມືອງນອນ, ນ້ຳໃຈຮັກຊາດຈະໄດ້ຮັບການແຜ່ກະຈາຢ່າງກວ້າງຂວາງກວ່າອີກ”.

ບັນດາສະມາຊິກໃນທິມງານມອບທຸງຊາດໃຫ້ປະຊາຊົນຢູ່ໝູ່ບ້ານ ເຮີມົງ ປາວີ (ພາບ: VOV)

ໂດະກິມຟຸກ, ນັກກິລາຫຼີ້ນບານສິລະປະ(Freestyle football) ທີ່ເຄີຍໄປສະແດງໃນທົ່ວໂລກ, ນາງ ຫງວຽນມິງເຟືອງ Tiktoker ທີ່ໄດ້ຮູ້ຈັກເຖິງດ້ວຍບົດເຕັ້ນຮັກຊາດທີ່ໂດ່ງດັງໃນສື່ສັງຄົມອອນໄລ ແລະ ນັກຂ່າວ ນາງ ຫງວຽນເຟືອງຮັ່ງ ໄດ້ພ້ອມກັນສ້າງຕັ້ງໂຄງການ “ປິວສະບັດ ຫວຽດນາມ” ປີ 2025 ຂຶ້ນມາ. ກ່ອນນັ້ນ, ເຂົາເຈົ້າໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວ “ໝາກບານ 1.000 ໜ່ວຍໃຫ້ນ້ອງໆ” ແລະ ໃນການເດີນທາງເອົາໝາກບານແຕ່ແຂວງ ຕວຽນກວາງ ໄປຍັງ ກາເມົາ, ເຂົາເຈົ້າໄດ້ພົບກັບເລື່ອງລາວທີ່ຕື້ນຕັນໃຈ ແລ້ວຈາກນັ້ນຈຶ່ງຝັກໄຝ່ສ້າງຕັ້ງໂຄງການ “ປິວສະບັດ ຫວຽດນາມ”. ນາງ ຫງວຽນເຟືອງຮັ່ງ ໃຫ້ຮູ້ວ່າ:

“ເມື່ອພວກເຮົາເດີນທາງມາຮອດໝູ່ບ້ານຊາວປະມົງຢູ່ ເຊີ່ມເຊີນ, ແຂວງ ແທັງວ໊າ, ມີເຮືອຫາປາຫຼາຍລຳທີ່ພວມຈອດຢູ່ຫັ້ນ, ທຸງຊາດຖືກຂາດໝົດພາຍຫຼັງຖືກພາຍຸພັດຖະຫຼົ່ມ. ບັນດາຊາວປະມົງຢູ່ຫັ້ນເວົ້າວ່າ ເຖິງວ່າທຸງຈະຂາດ ແຕ່ກໍຕ້ອງແຂວນເພື່ອໃຫ້ເຂົາເຈົ້າຮູ້ວ່າ ນີ້ແມ່ນເຮືອຂອງ ຫວຽດນາມ. ຈາກນັ້ນ, ພວກຂ້າພະເຈົ້າຈຶ່ງຕັດສິນໃຈຈະພ້ອມກັນນຳເອົາທຸງ 1.000 ຜືນໄປຍັງທົ່ວປະເທດ”.

ບັນດາສະມາຊິກໃນທິມງານໄດ້ມອບທຸງນັບພັນຜືນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ແລະ ທະເລໝູ່ເກາະ

ໃນເດືອນກັນຍາ 2025, ບັນດາສະມາຊິກໃນກຸ່ມໄດ້ມີບັ້ນເຄື່ອນໄຫວທຳອິດຢູ່ເຂດພິເສດ ຝູກຸຍ, ແຂວງ ຢາລາຍ. ບໍ່ພຽງແຕ່ມອບທຸງເທົ່ານັ້ນ, ກຸ່ມນີ້ ຍັງຊ່ວຍຊາວປະມົງແຂວນທຸງອີກດ້ວຍ. ບັນດາຫຼັກທຸງທີ່ມີຄວາມສູງ 4,5ແມັດ ແມ່ນສິ່ງທ້າທາຍໜຶ່ງສຳລັບບັນດາເພື່ອນໜຸ່ມທີ່ດຳລົງຊີວິດຢູ່ເຂດຕົວເມືອງ. ແຕ່ພາຍຫຼັງຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ເຂົາເຈົ້າກໍໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນປ່ຽນທຸງໃໝ່ໃຫ້ເຮືອຫາປາສຳເລັດທັງໝົດ. ສຳລັບເຂົາເຈົ້າ, ເມື່ອເຫັນທຸງຜືນໃໝ່ທີ່ປິວສະບັດກໍໝາຍຄວາມວ່າເຮືອທີ່ເຄື່ອນໄຫວຢູ່ນອກຝັ່ງ ຈະຢັ້ງຢືນອະທິປະໄຕຂອງ ຫວຽດນາມ. ນີ້ແມ່ນສິ່ງທີ່ໜ້າເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ປະກອບສ່ວນເລັກໆນ້ອຍໆຂອງຕົນເຂົ້າໃນການໄປຈັບຫາປາຂອງພໍ່ແມ່ປະຊາຊົນຊາວປະມົງແຕ່ລະຖ້ຽວ. ນາງ ຫງວຽນມິງເຟືອງ ໃຫ້ຮູ້ວ່າ:

“ໂຄງການດັ່ງກ່າວໄດເລີ່ມມາຈາກນ້ຳໃຈຮັກຊາດ, ແມ່ນຊາວ ຫວຽດນາມ ທີ່ຮັກທຸງຊາດຂອງ ຫວຽດນາມ. ນີ້ກໍແມ່ນບັນດາຄວາມປາດຖະໜາທີ່ລຽບງ່າຍທີ່ສຸດ. ແລະຫຼັງຈາກນັ້ນ ເມື່ອພວກຂ້າພະເຈົ້າຜ່ານຂະບວນການເດີນທາງໄປມອບທຸງໃຫ້ແກ່ພໍ່ແມ່ປະຊາຊົນ, ໄດ້ເຫັນຮອຍຍິ້ມ, ຄວາມພາກພູມໃຈ ແລະ ຄວາມຮັກ, ຄວາມຮູ້ສຶກນຶກຄິດທີ່ຄືກັນສ່ວນໃດໜຶ່ງຂອງພໍ່ແມ່ປະຊາຊົນທຸກຄົນ, ພວກເຮົາຍິ່ງມີກຳລັງແຮງໃຈດຳເນີນໂຄງການນີ້ຕື່ມອີກ”.

ບັນດາເຂດດິນແດນທີ່ໂຄງການ “ປິວສະບັດ ຫວຽດນາມ” ໄດ້ໄປຜ່ານນັ້ນ ລ້ວນແຕ່ໄດ້ບັນທຶກພາບໄວ້ ແລະ ໄດ້ເອົາລົງໃນສື່ສັງຄົມອອນລາຍ ເພື່ອແຜ່ກະຈາຍການກະທຳທີ່ສວຍງາມ ແລະ ນ້ຳໃຈຮັກຊາດໄປເຖິງເພື່ອນໜຸ່ມຫຼາຍຄົນ. ທ້າວ ໂດະກິມຝຸກ ໃຫ້ຮູ້ວ່າ:

“ມີເພື່ອນໜຸ່ມຫຼາຍຄົນໄດ້ເຫັນສິ່ງເຫຼົ່ານັ້ນ ແລະ ເຂົາເຈົ້າກໍຂໍປະກອບທຸງເຂົ້ານຳ. ຂ້ພະເຈົ້າເຫັນວ່າ ພວກຂ້າພະເຈົ້າສາມາດແຜ່ກະຈາຍໄດ້ສິ່ງໃດສິ່ງໜຶ່ງນັ້ນເພື່ອເຮັດແນວໃດໃຫ້ທຸງຊາດສີແດງດາວເຫຼືອງປົກຄຸມໄປທົ່ວປະເທດ ຫວຽດນາມ”.

ທຸງຊາດຈຳນວນ 1.000 ຜືນໄດ້ເອົາໄປເຖິງບັນດາຕາແສງຊາຍແດນແຂວງ ຕວຽນກວາງ ແລະ ທຸງຊາດມີຜືນກວ້າງ54ຕາແມັດ ໄດ້ແຂວນຢູ່ຫຼັກທຸງແຫ່ງຊາດ ຫຼຸງກູ. 500 ຜືນໄດ້ເອົາໄປຍັງເຂດພິເສດ ຝູກຸຍ. ນັບຮ້ອຍ, ນັບພັນຜືນໄດ້ມອບໃຫ້ແຂວງ ກາວບັ່ງ, ດ້ຽນບຽນ ແລະ ຫຼາຍເຂດຊາຍແດນ, ທະເລໝູ່ເກາະ. ບັນດາສະມາຊິກໃນໂຄງການ “ປິວສະບັດ ຫວຽດນາມ” ພວມມີແນວຄວາມຄິດຫຼາຍຢ່າງ, ດ້ວຍຄວາມຝັກໄຝ່ສ້າງບັ້ນເຄື່ອນໄຫວໃນລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ດ້ວຍບັນດາລາຍການທີ່ແຕກຕ່າງກັນເພື່ອແຜ່ກະຈາຍຄວາມຮັກປະເທດຊາດໃນໃຈປະຊາຊົນແຕ່ລະຄົນ, ຄອບຄົວ ຫວຽດນາມ ແຕ່ລະຫຼັງ ແລະ ມີຄວາມເອກອ້າງທະນົງໃຈເມື່ອເຫັນທຸງຊາດປິວສະບັດ./. 

TAG
VOV/VOVworld/ມອບ​ທຸງ​ຊາດ/ຝາກ​​ຄວາມ​ຮັກ​ຊາດຢ່ຽມ​ເຕັມ​ປ່ຽມ/ໂຄງການ “ປິວສະບັດ ຫວຽດນາມ”

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ